Homeຂ່າວກິລາປິດສາກການແຂ່ງຂັນປິ່ງປ່ອງລະດັບໂລກ 2026 ທີ່ລາວເປັນເຈົ້າພາບຍີ່ປຸ່ນ-ສເກົາຫຼີ-ສິງກະໂປຄວ້າແຊ້ມຮຸ່ນທົ່ວໄປ

ປິດສາກການແຂ່ງຂັນປິ່ງປ່ອງລະດັບໂລກ 2026 ທີ່ລາວເປັນເຈົ້າພາບຍີ່ປຸ່ນ-ສເກົາຫຼີ-ສິງກະໂປຄວ້າແຊ້ມຮຸ່ນທົ່ວໄປ

ພິທີປິດການແຂ່ງຂັນກິລາປິ່ງປ່ອງລະດັບໂລກ ລາຍການ “WTT Youth Contender Vientiane 2026” (ຄັ້ງທີ 4) ແລະ “WTT Feeder Series” (ຄັ້ງທີ 2) ປະຈຳປີ 2026 ຈັດຂຶ້ນວັນທີ 8 ສິງຫາ 2026 ທີ່ສູນການຄ້າລາວ-ໄອເຕັກ (ມໍ ຊັ້ນ 7) ນະຄອນຫຼວງວຽງຈັນ ຫຼັງຈາກດຳເນີນມາແຕ່ວັນທີ 30 ກໍລະກົດ 2026 ໃຫ້ກຽດເຂົ້າຮ່ວມ ແລະ ມອບຂັນລາງວັນຂອງທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ທ່ານ ສຳລານ ພັນຄະວົງ ປະທານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ ທ່ານ ນາງ ວຽງເງິນ ໄຂຄຳພິທູນ ປະທານກິດຕິມະສັກສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ ທ່ານຫົວໜ້າກົມກິລາລະດັບສູງ ຕາງໜ້າຄະນະກຳມະການໂອແລມປິກແຫ່ງຊາດລາວ ປະທານຮອງປະທານສະຫະພັນກີລາປິ່ງປ່ອງນະຄອນຫຼວງວຽງຈັນ ບັນດາຜູ້ໃຫ້ການສະໜັບສະໜູນ ຄະນະນຳຄູຝຶກນັກກິລາ ແລະ ກອງເຊຍຈາກແຕ່ລະປະເທດ.

ສຳລັບການແຂ່ງຂັນໃນມື້ສຸດທ້າຍວັນທີ 8 ສິງຫາ 2026 ເປັນການຊີງໄຊຮອບຊີງຊະນະເລີດໃນຮຸ່ນທົ່ວໄປ (WTT Feeder) ທັງໝົດ 5 ລາຍການ ເຊິ່ງຜົນການແຂ່ງຂັນປະກົດວ່າ: ປະເພດຄູ່ປະສົມ ຊອຍ ຈີອຸກ ແລະ ລີ ດາອຶນ ຈາກ ສເກົາຫຼີ ເອົາຊະນະ ລີ ກີ ໂຮ ແລະ ຢວນ ຊຳ ລົກ ຈາກເຂດປົກຄອງພິເສດຮົງກົງ 3-0 ເຊັດ 11-6 ຄະແນນ 12-10 ຄະແນນ ແລະ 11-6 ຄະແນນ ຄວ້າແຊ້ມໄປຄອງ ປະເພດຄູ່ຍິງ ອາຊຸກະ ຊາຊາໂອະ ແລະ ຄາໂຮະ ອາກາເອະ ຈາກຍີ່ປຸ່ນເອົາຊະນະ ລີ ດາອຶນ ແລະ ຄິມ ຊອງຈິນ ຈາກ ສ ເກົາຫຼີ 3-1 ເຊັດ 13-11 ຄະແນນ 4-11 ຄະແນນ 11-8 ຄະແນນ ແລະ 11-8 ຄະແນນຄວ້າແຊ້ມໄປຄອງ ປະເພດຄູ່ຊາຍ ຈອດ ຊົວ ແລະ ຄລາເຣນ ຊິວ ຄູ່ມືວາງອັນດັບ 4 ຈາກ ສິງກະໂປ ສ້າງຜົນງານສັ້ນສະເທືອນວົງການປິ່ງປ່ອງໂລກ ດ້ວຍການພິກລັອກເອົາຊະນະ ຄູ່ມືວາງອັນດັບ 1 ເອັດເຕບັນ ດໍ ແລະ ຟຼໍຣຽນ ບູຣາໂຊດ ຈາກ ຝຣັ່ງ 3-2 ເຊັດ 11-9 ຄະແນນ 3-11 ຄະແນນ 11-8 ຄະແນນ 1-11 ຄະແນນ ແລະ 12-10 ຄະແນນ ຄວ້າແຊ້ມໄປຄອງຢ່າງງົດງາມ ປະເພດດ່ຽວຊາຍ ຣຽວອິຈິ ໂຢຊິຢາມະ ຈາກ ຍີ່ປຸ່ນ ເອົາຊະນະ ເພື່ອນຮ່ວມຊາດ ໂຈ ໂຢໂກຕານິ 3-1 ເຊັດ 11-5 ຄະແນນ 15-17 ຄະແນນ 12-10 ຄະແນນ ແລະ 11-7 ຄະແນນ ຄວ້າແຊ້ມໄປຄອງ ແລະ ປະເພດດ່ຽວຍິງ ຄາໂຮະ ອາກາເອະ ມືວາງອັນດັບ 1 ຈາກ ຍີ່ປຸ່ນເອົາຊະນະ ລີ ດາອຶນ ຈາກ ສ ເກົາຫຼີ 3-0 ເຊັດ 11-6 ຄະແນນ 11-9 ຄະແນນ ແລະ 11-5 ຄະແນນ ຄວ້າແຊ້ມໄປຄອງໄດ້ສຳເລັດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments