Homeຂ່າວຕ່າງປະເທດສະພາແຫ່ງຊາດຫວຽດນາມ ສະຫງົບນີ້ງ 1 ນາທີ ໄວ້ອາໄລທ່ານ ໄຊສົມພອນ ພົມວິຫານ

ສະພາແຫ່ງຊາດຫວຽດນາມ ສະຫງົບນີ້ງ 1 ນາທີ ໄວ້ອາໄລທ່ານ ໄຊສົມພອນ ພົມວິຫານ

ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດຫວຽດນາມ ຊຸດທີ XVI ໃນຕອນເຊົ້າວັນທີ 10 ສິງຫາ 2026 ພາຍໃຕ້ການເປັນປະທານຂອງທ່ານ ເຈີ່ນ ແທັງ ເໝີ້ນ ປະທານສະພາແຫ່ງຊາດ ແລະ ການຊີ້ນຳຂອງທ່ານ ນາງ ຫງວຽນ ຖິ ແທັງ ຮອງປະທານສະພາແຫ່ງຊາດ. ກ່ອນການເລີ່ມຕົ້ນວາລະພິຈາລະນາຮ່າງກົດໝາຍວ່າດ້ວຍການໄກ່ເກ່ຍໃນລະດັບຮາກຖານ (ສະບັບປັບປຸງ), ສະພາແຫ່ງຊາດ ໄດ້ໄວ້ອາໄລ 1 ນາທີ ເພື່ອລະນຶກເຖິງທ່ານ ໄຊສົມພອນ ພົມວິຫານ ອະດີດກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ອະດີດປະທານສະພາແຫ່ງຊາດລາວ ເຊິ່ງທ່ານແມ່ນຜູ້ນຳທີ່ມີບົດບາດສຳຄັນໃນການສືບທອດ, ບຳລຸງສ້າງ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ.

# ແຫຼ່ງຂ່າວ: ສພຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments