Homeຂ່າວຕ່າງປະເທດອ່າງເກັບນໍ້າໃຫຍ່ທີ່ສຸດ ໃນ ສ.ອາເມລິກາ ຫລຸດລົງຕໍ່າສຸດ ເປັນປະຫວັດສາດ

ອ່າງເກັບນໍ້າໃຫຍ່ທີ່ສຸດ ໃນ ສ.ອາເມລິກາ ຫລຸດລົງຕໍ່າສຸດ ເປັນປະຫວັດສາດ

ສຳນັກຂ່າວອິນໂຟເຄວສ: ເມື່ອບໍ່ດົນມານີ້, ທະເລສາບມື້ດ (Lake Mead) ເຊິ່ງເປັນ ອ່າງເກັບນໍ້າ ຂະໜາດໃຫຍ່ທີ່ສຸດ ຂອງ ສ.ອາເມລິກາ ມີລະດັບນໍ້າຫລຸດດລົງຕໍ່າສຸດ ນັບຕັ້ງແຕ່ ເລີ່ມກັກເກັບນໍ້າ ເມື່ອປີ 1937 ທ່າມກາງພາວະໄພແຫ້ງແລ້ງ ທີ່ແກ່ຍາວ. ອ້າງຕາມຂໍ້ມູນ ຈາກສຳນັກງານ ຈັດສັນນໍ້າຫລ້າ ສ.ອາເມລິກາ ລະບຸວ່າ ລະດັບນໍ້າ ໃນທະເລສາບ ຫລຸດລົງມາຢູ່ທີ 1.040.50 ຟຸດ ຫລື 317.14 ແມັດ ເປັນຕົວເລກຕໍ່າກວ່າ ສະຖິຕິເດີມທີ່ມີ 1.040.58 ຟຸດ ຫລື 317.17 ແມັດ ເຊິ່ງເຄີຍ ບັນທຶກໄວ້ ໃນເດືອນກໍລະກົດ 2022. ເມື່ອຕົ້ນເດືອນສິງຫາ ຜ່ານມາ, ທະເລສາບມືດ ມີປະລິມານນໍ້າ ກວມເອົາປະມານ 27% ຂອງ ການບັນຈຸທັງໝົດ. ທະເລສາບມືດນີ້ ເປັນອ່າງເກັບນໍ້າ ທີ່ເກີດຈາກ ການສ້າງເຂື່ອນຮູເວີ (Hoover Dam) ເທິງແມ່ນໍ້າ ໂຄໂລຣາໂດ (Colorado River) ໃນບໍລິເວນຊາຍແດນ ລະຫວ່າງ ລັດເນວາດາ ກັບ ລັດອາຣິໂຊນາ ໂດຍທັງ ທະເລສາບ ແລະ ເຂື່ອນຕັ້ງຢູ່ ຫ່າງຈາກ ເມືອງລາສເວກັດ (Las Vegas) ລັດເນວາດາ ໄປທາງທິດຕາເວັນອອກ ສຽງໃຕ້ ປະມານ 48 ກິໂລແມັດ. ໃນຂະນະທີ່ ແມ່ນໍ້າໂຄໂລຣາໂດໄຫລຜ່ານ 7 ລັດ ແລະ ເປັນແຫລ່ງນໍ້າສຳຄັນ ສຳລັບ ປະຊາຊົນ ປະມານ 40 ລ້ານຄົນ./

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments