Homeຂ່າວພາຍໃນຝົນຕົກໜັກ ເຮັດໃຫ້ນ້ຳຫ້ວຍໄຫລ່ ລົ້ນຖ້ວມເຮືອນປະຊາຊົນ ກະທັນຫັນ ຢູ່ບ້ານດອນແກ້ວ ເມືອງໄຊ

ຝົນຕົກໜັກ ເຮັດໃຫ້ນ້ຳຫ້ວຍໄຫລ່ ລົ້ນຖ້ວມເຮືອນປະຊາຊົນ ກະທັນຫັນ ຢູ່ບ້ານດອນແກ້ວ ເມືອງໄຊ

ແຫລ່ງຂ່າວຈາກ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ໃນຕອນຄ່ຳຂອງວັນທີ 9 ສິງຫາ 2026 ຜ່ານມາ, ໄດ້ເກີດຝົນຕົກໜັກຕິດຕໍ່ກັນຫລາຍຊົ່ວໂມງ ຢູ່ເຂດເມືອງໄຊ ແຂວງອຸດົມໄຊ ເຮັດໃຫ້ນ້ຳຫ້ວຍໄຫລ່ (ຊຶ່ງເປັນສາຂາຂອງນ້ຳກໍ) ມີລະດັບສູງຂຶ້ນຢ່າງໄວວາ ແລະ ໄຫລເຊາະເຈື່ອນຢ່າງແຮງ ລົ້ນເຂົ້າຖ້ວມເຮືອນ, ໜອງປາ ຂອງປະຊາຊົນ ຢູ່ເຂດແຄມນ້ຳຫ້ວຍໄຫລ່ ບ້ານດອນແກ້ວ.

ຕາມແຫລ່ງຂ່າວທ້ອງຖິ່ນໃຫ້ຮູ້ວ່າ: ເນື່ອງຈາກປະລິມານຝົນທີ່ຕົກລົງມາຢ່າງແຮງ ເຮັດໃຫ້ກະແສນ້ຳໄດ້ເພີ່ມລະດັບຂຶ້ນຢ່າງໄວວາ ເຫັນວ່າ ນ້ຳມີສີຂຸ່ນແດງ ແລະ ໄຫລແຮງຫລາຍ ພຽງແຕ່ 4-5 ນາທີ ນ້ຳກໍໄດ້ພັດເອົາທຸກຢ່າງທີ່ຂວາງໜ້າໄປໝົດ ສົ່ງຜົນໃຫ້ເກີດການເຈື່ອນຂອງຄັນຄູໜອງປາ ແລະ ເຮືອນ ຂອງປະຊາຊົນ ທີ່ອາໄສຢູ່ລຽບຕາມແຄມນ້ຳ.

ຜົນກະທົບເບື້ອງຕົ້ນຈາກໄພນ້ຳຖ້ວມ ຄັ້ງນີ້ພົບວ່າ: ໄດ້ມີເຮືອນຂອງປະຊາຊົນ ຈຳນວນ 2 ຫລັງ ຖືກນ້ຳຖ້ວມ, ໜອງປາ 2 ໜອງ ຖືກນ້ຳຖ້ວມລົ້ນ ເຮັດໃຫ້ປາອອກຈາກໜອງຈຳນວນໜຶ່ງ. ພ້ອມດຽວກັນນັ້ນ, ຍັງມີສິ່ງປຸກສ້າງອື່ນໆທີ່ຢູ່ລຽບຕາມແຄມນ້ຳ ເປັນຕົ້ນ ເຮືອນຄົວ, ຄອກໄກ່ ແລະ ຄອກໝູ ຈຳນວນໜຶ່ງ ກໍໄດ້ຮັບຄວາມເສຍຫາຍເຊັ່ນດຽວກັນ.

ຕໍ່ເຫດການດັ່ງກ່າວ, ອົງການປົກຄອງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ພວມເລັ່ງກວດກາຄວາມເສຍຫາຍຕົວຈິງ ພ້ອມທັງແຈ້ງເຕືອນໃຫ້ປະຊາຊົນ ທີ່ອາໄສຢູ່ເຂດແຄມນ້ຳ ເພີ່ມຄວາມລະມັດລະວັງ ແລະ ຕິດຕາມສະພາບອາກາດຢ່າງໃກ້ຊິດ ເນື່ອງຈາກວ່າໃນໄລຍະນີ້ຍັງມີຝົນຕົກລົງມາຢ່າງຕໍ່ເນື່ອງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments