Homeຂ່າວຕ່າງປະເທດໂກລົມບີ ປະກາດ “ພາວະໄພພິບັດແຫ່ງຊາດ”

ໂກລົມບີ ປະກາດ “ພາວະໄພພິບັດແຫ່ງຊາດ”

ວິທະຍຸ-ໂທລະພາບ ສູນກາງຈີນ, ລັດຖະບານໂກລົມບີ ໄດ້ປະກາດ ເຂົ້າ ສູ່ “ພາວະໄພພິບັດແຫ່ງຊາດ” ເພື່ອຮັບມືກັບ ແຜ່ນດິນໄຫວ ລະດັບ 7.4 ຣິກ ເຕີ ທີ່ເກີດຂຶ້ນ ຢູ່ພາກຕາເວັນຕົກຂອງປະເທດ ໃນວັນທີ 10 ສິງຫານີ້. ອີງ ຕາມຖະແຫລງການຫລ້າສຸດ ທີ່ລັດຖະບານໂກລົມບີ ເປີດເຜີຍ ໃນມື້ດຽວ ກັນໃຫ້ຮູ້ວ່າ: ແຜ່ນດິນໄຫວຄັ້ງນີ້ ເຮັດໃຫ້ມີຜູ້ເສຍຊີວິດເຖິງ 132 ຄົນ, ບາດ ເຈັບ 570 ຄົນ ພ້ອມທັງ ເຮັດໃຫ້ 32 ຕົວເມືອງໃນທົ່ວປະເທດ ໄດ້ຮັບຜົນກະ ທົບ ຢ່າງໜັກໜ່ວງ. ພາຍຫລັງເກີດແຜ່ນດິນໄຫວ ຢ່າງຮຸນແຮງຢູ່ ໂກລົມ ບີ, ສະໜາມບິນຫລາຍແຫ່ງ ຂອງໂກລົມບີ ໄດ້ຍຸດຕິການບໍລິການຊົ່ວຄາວ ເຮັດໃຫ້ຖ້ຽວບິນ ຈໍານວນຫລວງຫລາຍ ຈໍາເປັນຕ້ອງຍົກເລີກ ຫລື ເລື່ອນ ເວລາການບິນ. ສະມາຄົມເມືອງຫລວງແຫ່ງໂກລົມບີ ໄດ້ປະກາດຜ່ານສື່ສັງ ຄົມອອນລາຍວ່າ: ທາງສະມາຄົມ ພວມຮັກສາ ການຕິດຕໍ່ພົວພັນ ຢ່າງໃກ້ ຊິດກັບບັນດາເມືອງຫລວງ ຂອງແຂວງທີ່ປະສົບໄພ ເພື່ອຮັບຮູ້ກ່ຽວກັບ ສະຖານະການ ໄພພິບັດ ແລະ ຄວາມຕ້ອງການ ຊ່ວຍເຫລືອກູ້ໄພ ຢູ່ທ້ອງ ຖິ່ນຕ່າງໆ./.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments