ວິທະຍຸ-ໂທລະພາບ ສູນກາງຈີນ, ລາຄານ້ຳມັນສາກົນ ໄດ້ເພີ່ມຂຶ້ນ ຢ່າງຈະແຈ້ງ. ນັບມາຮອດເວລາ ປິດຕະຫລາດ ໃນວັນທີ 10 ສິງຫານີ້, ລາຄານ້ຳມັນດິບທາດເບົາ ທີ່ສັ່ງຊື້ລ່ວງໜ້າ ເຊິ່ງຈະສົ່ງມອບ ໃນເດືອນກັນຍາ ໃນຕະຫລາດຊື້-ຂາຍ ສິນຄ້ານິວຢອກ ໄດ້ເພີ່ມຂຶ້ນ 3,95 ໂດລາສະຫະລັດ ມາຢູ່ທີ່ 82.13 ໂດລາສະຫະລັດ, ເພີ່ມຂຶ້ນ 5.05%; ລາຄານ້ຳມັນດິບ ແບຣນລອນ ດອນ ທີ່ສັ່ງຊື້ລ່ວງໜ້າ ເຊິ່ງຈະສົ່ງມອບໃນເດືອນຕຸລາປີນີ້ ໄດ້ເພີ່ມຂຶ້ນ 4,17 ໂດລາສະຫະລັດ ມາຢູ່ທີ່ 87,72 ໂດລາສະຫະລັດ, ເພີ່ມຂຶ້ນ 4,99%. ຕົວເລກຂໍ້ມູນ ຈາກກະຊວງພະລັງງານ ອາເມລິກາ ສະແດງໃຫ້ເຫັນວ່າ: ຄັງສຳຮອງນ້ຳມັນເຊື້ອໄຟ ຍຸດທະສາດ ຂອງ ສ.ອາເມລິກາ ໃນເດືອນສິງຫາ ໄດ້ຫລຸດລົງເຫລືອ 298,7 ລ້ານຖັງ(ບາເຣວ) ເຊິ່ງໄດ້ສ້າງສະຖິຕິຕ່ຳສຸດ ນັບແຕ່ປີ 1983 ເປັນຕົ້ນມາ. ຕາມຂ່າວແຈ້ງວ່າ, ຄືກັນກັບປະເທດອື່ນໆ, ສ.ອາເມລິກາ ໄດ້ປ່ອຍນ້ຳມັນດິບ ໃນຄັງສຳຮອງອອກມາຕະຫລອດ ເພື່ອແກ້ໄຂບັນຫາຂາດ ເຂີນນ້ຳມັນ ໃນຕະຫລາດ ຍ້ອນສົງຄາມ ທີ່ເກີດຂຶ້ນຢູ່ພາກພື້ນ ຕາເວັນອອກກາງ. ລັດຖະບານໂດນັນ ທຣຳ ເຄີຍສັ່ງໃຫ້ປ່ອຍຄັງສຳຮອງນ້ຳມັນ 172 ລ້ານຖັງ ໃນເດືອນມີນາປີນີ້ ເພື່ອຮັກສາຄວາມໝັ້ນທ່ຽງຂອງຕະຫລາດທົ່ວໂລກ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

