Homeຂ່າວພາຍໃນຄະນະສະເພາະກິດກະຊວງປ້ອງກັນຄວາມສະຫງົບ ມອບຜູ້ຖືກຫາເປີດເວັບພະນັນອອນລາຍໃຫ້ທາງການໄທ

ຄະນະສະເພາະກິດກະຊວງປ້ອງກັນຄວາມສະຫງົບ ມອບຜູ້ຖືກຫາເປີດເວັບພະນັນອອນລາຍໃຫ້ທາງການໄທ

ຄະນະສະເພາະກິດ ກະຊວງປ້ອງກັນຄວາມສະຫງົບ ໄດ້ມອບຜູ້ຖືກຫາສັນຊາດໄທ ທີ່ລັກລອບເປີດເວັບຫລິ້ນການພະນັນອອນລາຍຕ້ອງຫ້າມ, ດໍາເນີນກິດຈະການກ່ຽວກັບອາຊະຍາກໍາທາງລະບົບຄອມພິວເຕີ ແລະ ການສໍ້ໂກງຊັບຜ່ານລະບົບທາງໂທລະຄົມ ແລະ ການສື່ສານ ຫລື ສະແກມເມີ ຕາມຄວາມຜິດໃນມາດຕາ 141, 173 ແລະ 233 ຂອງປະມວນກົດໝາຍອາຍາ ແຫ່ງ ສປປ ລາວ ໃຫ້ເຈົ້າໜ້າທີ່ທາງການໄທ ນຳໄປດໍາເນີນຄະດີ ຈໍານວນ 41 ຄົນ, ຍິງ 30 ຄົນ. ພິທີດັ່ງກ່າວ, ໄດ້ຈັດຂື້ນໃນວັນທີ 10 ສິງຫາ 2026 ທີ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ນະຄອນຫລວງວຽງຈັນ-ໜອງຄາຍ.

ຕາງໜ້າເຈົ້າໜ້າທີ່ຝ່າຍລາວເຊັນບົດບັນທຶກມອບໂດຍ ທ່ານ ພັທ ແກ່ນຄຳ ແກ່ນທະວົງ ຫົວໜ້າຕຳຫລວດກວດຄົນເຂົ້າ-ອອກເມືອງ ດ່ານສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ແລະ ຝ່າຍເຈົ້າໜ້າທີ່ໄທ ເຊັນຮັບໂດຍ ທ່ານ ພັທ ທີຍານະພັດ ລັງສິພາມະນະກຸນ ຮອງຜູ້ກຳກັບການກວດຄົນເຂົ້າເມືອງ ຈັງຫວັດໜອງຄາຍ, ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ. ສໍາລັບຜູ້ຖືກຫາຈໍານວນດັ່ງກ່າວ, ຖືກເຈົ້າໜ້າທີ່ສະເພາະກິດກະຊວງປ້ອງກັນຄວາມສະຫງົບ ຮ່ວມກັບກຳລັງປ້ອງກັນເຄື່ອນທີ່ ກັກຕົວໃນລະຫວ່າງ ເຂົ້າກວາດຄົ້ນຕຶກອາຄານຂອງບໍລິສັດ ເອສທີ ເວກັສ (ST VEGUS) ຈຳກັດ ຜູ້ດຽວ ຕັ້ງຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ໃນວັນທີ 18 ກໍລະກົດ 2026.

ການມອບຜູ້ຖືກຫາຄັ້ງນີ້, ແມ່ນປະຕິບັດຕາມກົດໝາຍ ວ່າດ້ວຍການເຂົ້າ-ອອກເມືອງ ແລະ ການຄຸ້ມຄອງຄົນຕ່າງປະເທດ ແຫ່ງ ສປປ ລາວ ແລະ ອີງຕາມສົນທິສັນຍາ ລະຫວ່າງ ສປປ ລາວ ແລະ ລາຊະອານາຈັກໄທ ວ່າດ້ວຍການໂອນຜູ້ຖືກຕັດສິນລົງໂທດ ແລະ ການຮ່ວມມືໃນການປະຕິບັດຄໍາຕັດສິນຄະດີອາຍາ, ລົງວັນທີ 20 ມີນາ 2004.

ສຳລັບທ່ານໃດທີ່ພົບເຫັນບຸກຄົນ, ກຸ່ມຄົນ ແລະ ສະຖານທີ່ ທີ່ສົງໄສເຄື່ອນໄຫວກະຜິດຕໍ່ກົດໝາຍ ໃຫ້ຮີບຮ້ອນແຈ້ງຕໍ່ເຈົ້າໜ້າທີ່ໂດຍດ່ວນ, ແຈ້ງເຂົ້າມາທາງເພຈ ກົມຕຳຫລວດເສດຖະກິດ ຫລື ແຈ້ງເຂົ້າສາຍດ່ວນ 1533 ໄດ້ຕະຫລອດເວລາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments