ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 9 ສິງຫາ ຜ່ານມາວ່າ: ສຳນັກຂ່າວ Kyodo ຂອງຍີ່ປຸ່ນລາຍງານວ່າ, ດິນເຈື່ອນທີ່ເກີດຂຶ້ນໃນຄືນວັນທີ 8 ສິງຫາຜ່ານມາ ໃນແຂວງນາກາໂນ ພາກກາງຂອງປະເທດຍີ່ປຸ່ນ, ເຮັດໃຫ້ມີປະຊາຊົນປະມານ 390 ຄົນຕິດຄ້າງ. ສຳນັກຂ່າວ Kyodo ລາຍງານວ່າ: ດິນເຈື່ອນໄດ້ເຮັດໃຫ້ເສັ້ນທາງເສັ້ນດຽວທີ່ໄປສູ່ Nakabusa Onsen ຣີສອດນ້ຳພຸຮ້ອນເທິງພູໃນເມືອງອາຊູມິໂນະ ຖືກຕັດຂາດ, ໂດຍມີດິນ ແລະ ຊາກຫັກພັງກີດຂວາງເສັ້ນທາງ.
ລາຍງານໂດຍອ້າງອີງຂໍ້ມູນຈາກຕຳຫຼວດຊີ້ໃຫ້ເຫັນວ່າ: ພື້ນທີ່ນ້ຳພຸຮ້ອນທີ່ໄດ້ຮັບຜົນກະທົບປະກອບມີຣີສອດຫຼາຍແຫ່ງ ແລະ ເປັນຈຸດເລີ່ມຕົ້ນຂອງເສັ້ນທາງຍ່າງປ່າທີ່ໄດ້ຮັບຄວາມນິຍົມ. ໂດຍຜູ້ທີ່ຕິດຄ້າງລວມມີແຂກໂຮງແຮມ ແລະ ນັກຍ່າງປ່າທີ່ພັກຢູ່ໃນເຮືອນພັກເທິງພູ ແລະ ຍັງບໍ່ທັນມີລາຍງານການບາດເຈັບເທື່ອ ແລະ ຍັງບໍ່ທັນຈະແຈ້ງເທື່ອວ່າເສັ້ນທາງຈະເປີດຄືນໃໝ່ເມື່ອໃດ ແລະ ເຈົ້າໜ້າທີ່ແຂວງກຳລັງປະເມີນສະຖານະການຢ່າງຕໍ່ເນື່ອງ.

