ວິທະຍຸ-ໂທລະພາບສູນກາງຈີນ, ສະຖາບັນຄົ້ນຄວ້າ ໂຣເບີດ ໂຄສ ຂອງເຢຍລະມັນ ໄດ້ປະກາດບົດລາຍງານວ່າ: ນັບມາຮອດ ວັນທີ 26 ກໍລະກົດແລ້ວນີ້, ມີປະຊາຊົນເຢຍລະມັນ ເສຍຊີວິດປະມານ 11,900 ຄົນ ຍ້ອນສາເຫດກ່ຽວກັບສະພາບອາກາດຮ້ອນ ເຊິ່ງເປັນຕົວເລກທີ່ສູງກວ່າຈຳນວນຜູ້ເສຍຊີວິດທີ່ມີສາເຫດ ກ່ຽວກັບສະພາບອາກາດຮ້ອນໃນທຸກໆ ປີ ນັບແຕ່ປີ 2016 ເປັນຕົ້ນມາ. ນັບແຕ່ເດືອນມິຖຸນາປີນີ້ເປັນຕົ້ນມາ, ພາກພື້ນເອີຣົບ ທີ່ລວມທັງເຢຍລະມັນ ປະສົບກັບ ສະພາບອາກາດຮ້ອນອົບເອົ້າແຮງຜິດປົກກະຕິ, ຫລາຍພື້ນທີ່ໃນເຢຍລະມັນ ມີອຸນຫະພູມສູງເຖິງ 40 ອົງສາ ເຊິ່ງເປັນລະດັບຄວາມຮ້ອນຫລາຍສຸດໃນປະຫວັດສາດຢູ່ປະເທດນີ້.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

