ໃນວັນທີ 10 ສິງຫາ 2026 ນີ້, ການນໍາບັນດາກະຊວງ, ອົງການ, ສໍານັກງານ, ຄອບຄົວການນໍາ, ອະດີດການນຳ ແລະ ພາກສ່ວນຕ່າງໆ ໄດ້ສືບຕໍ່ເຂົ້າວາງພວງມາລາ ແລະ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 8 ສິງຫາ 2026 ດ້ວຍພະຍາດເສັ້ນເລືອດອັກເສບທີ່ຮ້າຍແຮງ, ລວມອາຍຸໄດ້ 70 ປີ. ການເຂົ້າວາງພວງມາລາ ແລະ ໄວ້ອາໄລໃນຄັ້ງນີ້ ເປັນການສະແດງເຖິງຄວາມເຄົາລົບ, ອາໄລຮັກ ເຖິງຄຸນງາມຄວາມດີ ຕໍ່ສະຫາຍ ໄຊສົມພອນ ພົມວິຫານ ຜູ້ທີ່ໄດ້ອຸທິດກຳລັງກາຍ, ກຳລັງໃຈ ແລະ ສະຕິປັນຍາເພື່ອພາລະກິດຮັບໃຊ້ຊາດ ແລະ ປະຊາຊົນ. ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ ໄດ້ສ້າງຄວາມອາໄລອາວອນ ຢ່າງສຸດຊຶ້ງ ໃຫ້ແກ່ຄອບຄົວ, ຍາດພີ່ນ້ອງ, ບັນດາການນຳ, ພະນັກງານ ແລະ ປະຊາຊົນລາວ ບັນດາເຜົ່າ.

ການເຂົ້າວາງພວງມາລາ ຄັ້ງນີ້, ປະກອບມີ: ກະຊວງສຶກສາທິການ ແລະ ກິລາ ນຳໂດຍ ສະຫາຍ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ; ກະຊວງປ້ອງກັນປະເທດ ນໍາໂດຍ ສະຫາຍ ພົອ ຄໍາລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ; ກະຊວງປ້ອງກັນຄວາມສະຫງົບ ນໍາໂດຍ ສະຫາຍ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ; ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ນໍາພາໂດຍ ສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງ ແຫ່ງຊາດ; ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ນໍາໂດຍ ສະຫາຍ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ, ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ; ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສະມາຄົມນັກທຸລະກິດໜຸ່ມລາວ ແລະ ຄະນະທີ່ປຶກສາດ້ານເສດຖະກິດໜຸ່ມລາວ ນໍາໂດຍ ສະຫາຍ ທອງລີ ສີສຸລິດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ; ກະຊວງການເງິນ ນໍາໂດຍ ສະຫາຍ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີກະຊວງການເງິນ; ສະຖານທູດຫວຽດນາມ ປະຈໍາລາວ ນຳພາໂດຍ ສະຫາຍ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ລາວ; ກະຊວງເຕັກໂນໂລຊີ ແລະ ການສື່ສານ ນໍາໂດຍ ສະຫາຍ ສັນຕິສຸກ ສິມມາລາວົງ ກຳມະການສູນກາງພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ; ສະມາຊິກສະພາແຫ່ງຊາດເພດຍິງ ຊຸດທີ 9, ຊຸດທີ 10 ແລະ ກອງເລຂາ ນໍາໂດຍ ສະຫາຍ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິ ການສູນກາງພັກ, ຮອງປະທານສະພາແຫ່ງຊາດ; ກະຊວງການຕ່າງປະເທດ ນໍາໂດຍ ສະຫາຍ ໄມທອງ ທຳມະວົງສາ ແລະ ສະຫາຍ ພົງສະຫວັນ ສິສຸລາດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ກະຊວງສາທາລະນະສຸກ ນໍາໂດຍ ສະຫາຍ ນາງ ໃບຄໍາ ຂັດທິຍະ ກຳມະການສູນກາງພັກ, ລັດຖະມົນຕີກະຊວງສາທາລະນະສຸກ.

ພ້ອມນີ້ ຍັງມີບັນດາ ຄອບຄົວການນຳ, ອະດີດການນຳ ພັກ, ລັດ, ບັນດາອົງການ, ບໍລິສັດ, ທະນາຄານຕ່າງໆ ກໍໄດ້ເຂົ້າວາງພວງມາລາ ແລະ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ເຊັ່ນດຽວກັນ. ຢ່າງໃດກໍຕາມ ບັນດາການນຳ ແລະ ພາກສ່ວນຕ່າງໆ ຍັງຈະສືບຕໍ່ເຂົ້າວາງພວງມາລາ ແລະ ໄວ້ອາໄລ ເພື່ອຮ່ວມສົ່ງດວງວິນຍານຂອງສະຫາຍ ໄຊສົມພອນ ພົມວິຫານ ເປັນຄັ້ງສຸດທ້າຍ ດ້ວຍຄວາມເຄົາລົບ ແລະ ອາໄລອາວອນ ຊຶ່ງພິທີສົ່ງສະການຢ່າງເປັນທາງການ ຈະໄດ້ຈັດຂຶ້ນ ໃນວັນທີ 12 ສິງຫາ 2026 ຢູ່ ສະໜາມຫລວງ ນະຄອນຫລວງວຽງຈັນ.

