ແຫລ່ງຂ່າວຈາກ ແຂວງຄຳມ່ວນໃຫ້ຮູ້ວ່າ: ກອງປະຊຸມກ່ຽວກັບການຢຸດການປ່ອຍນໍ້າ (ຢຸດການຜະລິດໄຟຟ້າຊົ່ວຄາວ) ຂອງບໍລິສັດໄຟຟ້າ ນໍ້າເທີນ 2 ຈັດຂຶ້ນໃນວັນທີ 9 ສິງຫາ 2026 ທີ່ເຮືອນຈັກຂອງບໍລິສັດໄຟຟ້ານໍ້າເທີນ 2 ບ້ານສ້າງແກ້ວ ເມືອງຍົມມະລາດ ແຂວງຄໍາມ່ວນ ໂດຍມີຄະນະກໍາມະການຂັ້ນແຂວງ, ຂັ້ນເມືອງຍົມມະລາດ, ເມືອງມະຫາໄຊ, ອຳນາດການປົກຄອງບ້ານ ແລະ ວິຊາການຈາກບໍລິສັດເຂົ້າຮ່ວມ.
ທ່ານ ດຸສິດ ພົມມະຈັນ ຜູ້ອໍານວຍການເຂື່ອນໄຟຟ້ານໍ້າເທີນ 2 ໄດ້ລາຍງານຕໍ່ກອງປະຊຸມ ກ່ຽວກັບການຢຸດການປ່ອຍນໍ້າ, ຊຶ່ງບໍລິສັດໄຟຟ້ານໍ້າເທີນ 2 ໄດ້ຢຸດການຜະລິດກະແສໄຟຟ້າ ແລະ ຢຸດການປ່ອຍນໍ້າຊົ່ວຄາວ ເພື່ອບໍ່ໃຫ້ມີການປ່ອຍນໍ້າລົງໄປສົມທົບກັບນໍ້າເຊບັ້ງໄຟ ເພື່ອຮັບປະກັນຄວາມປອດໄພຂອງປະຊາຊົນ ແລະ ຫລຸດຜ່ອນຜົນກະທົບຕໍ່ຊຸມຊົນລຸ່ມເຂື່ອນ ເນື່ອງຈາກລະດັບນໍ້າໃນນໍ້າເຊບັ້ງໄຟ ເພີ່ມລະດັບສູງຂຶ້ນສູງຈາກນໍ້າທໍາມະຊາດ (ເນື່ອງຝົນຕົກຕິດຕໍ່ກັນຫລາຍວັນ ເຮັດໃຫ້ລະດັບນໍ້າສູງຂຶ້ນຮອດເຂດເຕືອນໄພ ກ້າວເຂົ້າສູ່ລະດັບນໍ້າຖ້ວມ), ຊຶ່ງການຢຸດປ່ອຍນໍ້າໃນຄັ້ງນີ້ແມ່ນໄດ້ເລີ່ມປະຕິບັດແຕ່ເວລາ 0:00 ໂມງ ຂອງວັນທີ 7 ສິງຫາ ເປັນຕົ້ນມາ (ໂດຍອີງຕາມສັນຍາສໍາປະທານຂອງບໍລິສັດ ກໍຄືຖ້າຫາກລະດັບນໍ້າຂຶ້ນຮອດຈຸດກຳນົດ ຫລື ຈຸດເຕືອນໄພ ແລ້ວບໍລິສັດຈະໄດ້ຢຸດເຊົາການຜະລິດຊົ່ວຄາວ) ແລະ ຈະປະຕິບັດຕໍ່ໄປຈົນກວ່າລະດັບນໍ້າຈະຫລຸດລົງຮອດລະດັບທີ່ສະມາດດໍາເນີນການຜະລິດໄດ້.
ໂອກາດນີ້, ທ່ານ ດຸສິດ ພົມມະຈັນ ຍັງໄດ້ຍົກໃຫ້ເຫັນເຖິງສະພາບການດໍາເນີນກິດຈະການ ຂອງບໍລິສັດ, ຄວາມອາດສາມາດຂອງການກັກເກັບປະລິມານນໍ້າໃນອ່າງ ເກັບນໍ້າໜ້າເຂື່ອນ ລວມເຖິງການບໍລິຫານຈັດການນໍ້າ ແລະ ມາດຕະຖານຄວາມປອດໄພ ຂອງບໍລິສັດໃຫ້ຮັບຊາບຕື່ມ.

