Homeຂ່າວໜ້າໜຶ່ງການນໍາຂັ້ນສູງພັກ-ລັດ ແລະ ພາກສ່ວນຕ່າງໆ ເຂົ້າວາງພວງມາລາໄວ້ອາໄລ ຕໍ່ການຈາກໄປ ຂອງ ສະຫາຍ ໄຊສົມພອນ ພົມວິຫານ

ການນໍາຂັ້ນສູງພັກ-ລັດ ແລະ ພາກສ່ວນຕ່າງໆ ເຂົ້າວາງພວງມາລາໄວ້ອາໄລ ຕໍ່ການຈາກໄປ ຂອງ ສະຫາຍ ໄຊສົມພອນ ພົມວິຫານ

ໃນວັນທີ 9 ສິງຫາ 2026 ນີ້, ການນໍາຂັ້ນສູງຂອງພັກ-ລັດ, ບັນດາອົງການ, ກະຊວງ, ສໍານັກງານ, ຄອບຄົວການນໍາ, ອະດີດການນຳ ແລະ ພາກສ່ວນຕ່າງໆ ໄດ້ພ້ອມກັນເຂົ້າວາງພວງມາລາ ແລະ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ. ການວາງພວງມາລາຄັ້ງນີ້, ເປັນການສະແດງເຖິງຄວາມກະຕັນຕູ, ຮູ້ບຸນຄຸນ ແລະ ຄວາມເຄົາ ລົບຮັກທີ່ມີຕໍ່ ສະຫາຍ ໄຊສົມພອນ ພົມວິຫານ ຜູ້ໄດ້ອຸທິດເຫື່ອແຮງ, ສະຕິປັນຍາ ແລະ ກໍາລັງກາຍ-ກໍາລັງໃຈ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ໂດຍສະເພາະໃນຂົງເຂດນິຕິບັນຍັດ ແລະ ສະພາແຫ່ງຊາດ.

ຄະນະທໍາອິດທີ່ເຂົ້າວາງພວງມາລາ ແມ່ນ ຄະນະບໍລິຫານງານສູນກາງພັກ ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ. ຈາກນັ້ນ ເເມ່ນຄອບຄົວສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ; ຄະນະປະຈໍາສະພາແຫ່ງຊາດ ນໍາພາໂດຍ ທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິ ການສູນກາງພັກ, ຮອງປະທານສະພາແຫ່ງຊາດ; ຄະນະລັດຖະບານ ນໍາພາໂດຍ ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ; ຄະນະຄອບຄົວ ພົມວິຫານ ນໍາພາໂດຍ ສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການເງິນ; ຄອບຄົວສີພັນດອນ ນຳໂດຍ ສະຫາຍ ສອນໄຊ ສີພັນດອນ; ຄະນະຈາກຫ້ອງວ່າການສູນກາງພັກ ນໍາພາໂດຍ ສະຫາຍ ເພັດ ພົມພີພັກ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ.

ນອກຈາກນັ້ນ, ຍັງມີຄະນະພວງມາລາຈາກ ສູນກາງເເນວລາວສ້າງຊາດ ນໍາໂດຍ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງເເນວລາວສ້າງຊາດ; ຄອບ ຄົວ ທ່ານ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງຍຸຕິທໍາ; ຄະນະໂຄສະນາອົບຮົມສູນກາງພັກ ນໍາໂດຍ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ; ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ. ພ້ອມນີ້, ຍັງມີຄະນະພວງມາລາຈາກບັນດາກະຊວງ, ສໍານັກງານ, ອົງການ, ຄອບຄົວການນໍາ, ອະດີດການນຳພັກ-ລັດ, ບັນດານັກທຸລະກິດ, ບໍລິສັດ ເເລະ ອື່ນໆຕາມລໍາດັບ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments