ສະຫາຍ ໄຊສົມພອນ ພົມວິຫານ ເກີດເມື່ອວັນທີ 12 ທັນວາ 1956 ທີ່ບ້ານນາແມວ, ເມືອງວຽງໄຊ, ແຂວງຫົວພັນ; ເປັນບຸດ ຂອງ ປະທານ ໄກສອນ ພົມວິຫານ ແລະ ແມ່ ທອງວິນ ພົມວິຫານ ໃນຄອບຄົວພະນັກງານປະຕິວັດ, ມີອ້າຍເອື້ອຍນ້ອງຮ່ວມກັນ 5 ຄົນ, ຊາຍ 5 ຄົນ; ສະຫາຍ ໄດ້ສ້າງຄອບຄົວກັບ ສະຫາຍ ດຣ. ນາງ ວິພາວັນ ພົມວິຫານ, ມີລູກນຳກັນ 2 ຄົນ, ຊາຍ 1 ຄົນ ແລະ ຍິງ 1 ຄົນ; ປັດຈຸບັນ ຢູ່ບ້ານສີບຸນເຮືອງ, ເມືອງຈັນທະບູລີ, ນະຄອນຫລວງວຽງ ຈັນ.
ນັບແຕ່ 6 ປີ ສະຫາຍໄດ້ຈາກຄອບຄົວ ໄປຮຽນຢູ່ ຊັ້ນປະຖົມ ແລະ ມັດທະຍົມຢູ່ ສສຫວຽດນາມ ແລະ ສປ ຈີນ.
– ປີ 1962-1970 ເປັນນັກຮຽນຢູ່ ໂຮງຮຽນ ບັກຢາງ ສສ ຫວຽດນາມ ແລະ ໂຮງຮຽນນານນິງ ແຂວງກວາງຊີ ສປ ຈີນ.
– ປີ 1970-1973 ເຂົ້າຮຽນໂຮງຮຽນອຸດົມສຶກສາ ຢູ່ຮ່າບັກ ສສ ຫວຽດນາມ.
– ປີ 1974-1976 ເຂົ້າຮຽນໂຮງຮຽນການທະຫານທີ່ເມືອງວຽງໄຊ ແຂວງຫົວພັນ.
– ປີ 1977-1983 ສຶກສາຢູ່ມະຫາວິທະຍາໄລແຫ່ງລັດ ມົດສະກູ ສະຫະພາບໂຊວຽດ(ສະຫະ ພັນ ຣັດເຊຍ ປັດຈຸບັນ).
– ປີ 1983-1984 ເປັນອາຈານສອນ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ນະຄອນຫລວງວຽງຈັນ.
– ປີ 1984-1987 ຄົ້ນຄວ້າ ແລະ ປ້ອງກັນສໍາເລັດປະລິນຍາເອກ ຝ່າຍເສດຖະສາດການເມືອງ ທີ່ສະພາບັນດິດວິທະຍາສາດ ສັງຄົມແຫ່ງລັດ ມົດສະກູ ສະຫະພາບໂຊວຽດ.
– ປີ 1987-1989 ເຮັດວຽກຢູ່ຫ້ອງວ່າການແຂວງສະຫວັນນະເຂດ.
– ປີ 1989-1991 ຮອງເຈົ້າແຂວງ ແຂວງສະຫວັນນະເຂດ, ທັງເປັນຫົວໜ້າພະແນກການຄ້າ ແລະ ພົວພັນເສດຖະກິດກັບຕ່າງປະເທດ.
– ປີ 1991-1993 ເປັນກຳມະການສູນກາງພັກ ສະໄໝທີ V, ເປັນຮອງເລຂາຄະນະພັກ, ຮອງເຈົ້າແຂວງ ທັງເປັນຫົວໜ້າຫ້ອງວ່າການແຂວງສະຫວັນນະເຂດ.
– ປີ 1993-1995 ເປັນເລຂາພັກແຂວງ, ເປັນເຈົ້າແຂວງສະຫວັນນະເຂດ.
– ປີ 1995-1997 ເປັນກຳມະການສູນກາງພັກ ສະໄໝທີ VI, ເປັນລັດຖະມົນຕີວ່າການກະຊວງການເງິນ.
– ປີ 1998-2001 ເປັນສະມາຊິກສະພາແຫ່ງຊາດ ຊຸດທີ IV, ເປັນລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ.
– ປີ 2001-2006 ເປັນກຳມະການສູນກາງພັກ ສະໄໝທີ VII, ເປັນສະມາຊິກສະພາແຫ່ງຊາດ, ເປັນປະທານກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ຊຸດທີ V, ຮອງປະທານລັດຖະສະພາສາກົນ ແຫ່ງ ສປປ ລາວ.
– ປີ 2006-2010 ເປັນກຳມະການສູນກາງພັກ ສະໄໝທີ VIII, ເລຂາຄະນະພັກສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ຊຸດທີ VI, ຄະນະປະຈຳ ແລະ ຮອງປະທານສະພາແຫ່ງຊາດ, ປະທານກຳມະທິການຕ່າງປະເທດ.
– 2011-2015 ເປັນກຳມະການສູນກາງພັກ ສະໄໝທີ IX, ເລຂາຄະນະພັກ, ສະມາຊິກສະພາແຫ່ງຊາດ ຊຸດທີ VII, ຄະນະປະຈຳ ແລະ ຮອງປະທານສະພາແຫ່ງຊາດ.
– ເດືອນ 1-4/2016 ເປັນກຳມະການສູນກາງພັກ ສະໄໝທີ X ແລະ ເປັນກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ສະມາຊິກສະພາແຫ່ງຊາດຊຸດທີ VIII, ຄະນະປະຈຳ ແລະ ຮອງປະທານສະພາແຫ່ງຊາດ.
– ເດືອນ 6/2016-2020 ເປັນກຳມະການສູນກາງພັກ ສະໄໝທີ X ແລະ ເປັນກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ປະທານສູນກາງແນວລາວສ້າງຊາດ, ສະມາຊິກສະພາແຫ່ງຊາດ ຊຸດທີ VIII.
– ເດືອນ 1/2021 ເປັນກຳມະການສູນກາງພັກ ສະໄໝທີ XI ຂອງພັກ, ກຳມະການກົມການເມືອງສູນກາງພັກ, ສະມາຊິກສະພາແຫ່ງຊາດ ຊຸດທີ VIII, ປະທານສູນກາງແນວລາວສ້າງຊາດ.
– ເດືອນ 3/2021-12/2025 ເປັນກໍາມະການສູນກາງພັກ ສະໄໝທີ XI, ກຳມະການກົມການ ເມືອງສູນກາງພັກ ສະໄໝທີ XI, ປະທານສະພາແຫ່ງຊາດ ຊຸດທີ IX.
– ເດືອນ 1/2026 ເປັນກໍາມະການສູນກາງພັກ ສະໄໝທີ XII, ກຳມະການກົມການເມືອງສູນກາງພັກ ສະໄໝທີ XII.
– 3/2026 ເຖິງປັດຈຸບັນ ໃນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X, ໄດ້ຮັບເລືອກຕັ້ງເປັນ ປະທານສະພາແຫ່ງຊາດ ຊຸດທີ X.

