ໃນຕອນບ່າຍຂອງວັນທີ 6 ສິງຫາ 2026 ນີ້, ສະຫາຍ ພົນເອກ ຫງວຽນ ຈ່ອງ ເຫງ້ຍ ກຳມະການກົມການເມືອງສູນກາງພັກກອມມູນິດ ຫວຽດນາມ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາຢູ່ສວນສາທາມິດຕະພາບ ລາວ- ຫວຽດນາມ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 5-7 ສິງຫາ 2026 ນີ້.

ການວາງພວງມາລາໃນຄັ້ງນີ້, ເພື່ອເປັນການສະແດງເຖິງ ຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນເຖິງຄຸນງາມຄວາມດີ, ນໍ້າໃຈ ຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງບັນພະບູລຸດ ກໍຄືບັນດາ ນັກຮົບປະຕິວັດຂອງລາວ ແລະ ຫວຽດນາມ ທີ່ເສຍສະຫຼະຊີວິດ, ເລືອດເນື້ອ ເພື່ອພາລະກິດປະຕິວັດ ຢ່າງອົງອາດກ້າຫານ, ທັງເປັນການ ເພີ່ມທະວີ ຄວາມສາມັກຄີຮັກແພງ ອັນເປັນມູນເຊື້ອ ລະຫວ່າງ ສອງຊາດ ລາວ ແລະ ຫວຽດນາມ ນັບມື້ເຕີບໃຫຍ່ຂະຫຍາຍຕົວຍິ່ງໆ ຂຶ້ນ.

