Homeຂ່າວຕ່າງປະເທດອົງການດ່ານພາສີສະຫະລັດອາເມລິກາ ໄດ້ຄືນເງິນພາສີໄປແລ້ວ ປະມານ 100 ຕື້ໂດລາ

ອົງການດ່ານພາສີສະຫະລັດອາເມລິກາ ໄດ້ຄືນເງິນພາສີໄປແລ້ວ ປະມານ 100 ຕື້ໂດລາ

ວິທະຍຸ-ໂທລະພາບສູນກາງຈີນ, ວັນທີ 4 ສິງຫານີ້, ເຈົ້າໜ້າທີ່ອົງການດ່ານພາສີ ແລະ ປ້ອງກັນຊາຍແດນ ທີ່ຂຶ້ນກັບກະຊວງຄວາມໝັ້ນຄົງດິນແດ ສະຫະລັດອາເມລິກາ ໄດ້ເຜີຍແຜ່ຕົວເລກ ຕໍ່ສານການຄ້າສາກົນ ຂອງ ສ.ອາເມລິກາວ່າ: ອົງການດ່ານພາສີສະຫະລັດອາເມລິກາ ໄດ້ຄືນເງິນພາສີທີ່ຮຽກເກັບກ່ອນໜ້ານີ້ ພາຍໃຕ້“ກົດໝາຍວ່າດ້ວຍອຳນາດດ້ານເສດຖະກິດສຸກເສີນສາກົນ” ຂອງ ສ.ອາເມລິກາ ໄປແລ້ວປະມານ 100 ຕື້ໂດລາສະຫະລັດ. ນັບມາຮອດປັດຈຸບັນ ຈຳນວນເງິນພາສີທີ່ໄດ້ຄືນແລ້ວ ມີປະມານ 60% ຂອງຂອງພາສີ 165 ຕື້ໂດລາສະຫະລັດ ທີ່ລັດຖະບານທຣຳ ໄດ້ຮຽກ ເກັບພາຍໃຕ້ກົດໝາຍດັ່ງກ່າວ. ເດືອນກຸມພາປີນີ້, ສານສູງສຸດສະຫະລັດອາເມລິກາ ໄດ້ຕັດສິນວ່າ: “ກົດໝາຍວ່າດ້ວຍອຳນາດດ້ານເສດຖະກິດສຸກເສີນສາກົນ” ບໍ່ມອບອຳນາດໃຫ້ປະທານາທິບໍດີ ເກັບພາສີຂະໜາດໃຫຍ່.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments