Homeຂ່າວຕ່າງປະເທດປັກກິ່ງ ຈະກາຍເປັນ "ນະຄອນຫລວງ ແຫ່ງສະຖາປັດຕະຍະກຳໂລກ" ປະຈຳປີ 2029

ປັກກິ່ງ ຈະກາຍເປັນ “ນະຄອນຫລວງ ແຫ່ງສະຖາປັດຕະຍະກຳໂລກ” ປະຈຳປີ 2029

ວິທະຍຸ-ໂທລະພາບສູນກາງຈີນ, ອົງການສຶກສາວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ ຫລື UNESCO ທີ່ມີສຳນັກງານໃຫຍ່ຕັ້ງຢູ່ນະຄອນ​ຫລວງປາຣີ ປະເທດຝຣັ່ງ ໄດ້ປະກາດໃນວັນທີ 5 ສິງຫານີ້ວ່າ: ຕາມການສະເໜີ ຂອງຄະນະກຳມະການຮ່ວມ ວ່າດ້ວຍນະຄອນຫລວງແຫ່ງສະຖາປັດຕະຍະກຳໂລກ, ປັກກິ່ງ ໄດ້ຮັບການຄັດ​ເລືອກເປັນ “ນະຄອນຫລວງ ແຫ່ງສະຖາປັດຕະຍະກຳໂລກ” ຂອງອົງການ UNESCO ແລະ ສະມາ​ຄົມສະຖາປະນິກສາກົນ ປະຈຳປີ 2029. ໃນ​ບົດຂ່າວທີ່ອົງການ UNESCO ປະກາດຢູ່ເວັບໄຊທາງການຂອງ​ຕົນ​​ ໄດ້ລະ​ບຸວ່າ: ​ຫລຽວເບິ່ງ​ໄປ​ຂ້າງ​ໜ້າ​ເຖິງນະຄອນ​ຫລວງປັກກິ່ງໃນປີ 2029 ມໍລະດົກທາງສະຖາປັດຕະ​ຍາກຳທີ່​ໂດດ​ເດັ່ນ, ​ຂະ​ບວນການຫັນ​ປ່ຽນເປັນ​ຕົວເມືອງ​ແບບທັນສະໄໝຢ່າງຟົດ​ຟື້ນ ແລະ ວິໄສທັດການພັດທະນາທີ່ມຸ່ງ​ໜ້າສູ່ອະນາຄົດ, ແນ່ນອນ​ວ່າ ຈະ​ເປັນ​ການ​ຊຸກ​ຍູ້ໃຫ້​ມີການເຈລະຈາສາກົນຮອບໃໝ່ ເພື່ອລົງ​ເລິກ​ຄົ້ນ​ຫາບົດບາດອັນສຳຄັນຂອງສະຖາປັດຕະຍະກຳ ໃນການຍົກ​ສູງລະດັບຄຸນນະພາບຊີວິດ ຂອງປະຊາຊົນ ແລະ ການປົກປັກຮັກສາ ມໍລະດົກຮ່ວມ ຂອງມວນມະນຸດໄວ້ໃຫ້ຄົນຮຸ່ນຫລັງ. ກ່ອນ​ໜ້ານີ້, ນະ​ຄອນຣີ​ໂອ ເດ ​ຈາ​ເນໂ​​ຣ, ໂ​ຄ​ເປເ​ຮ​ເກັນ ແລະ​ ບາເ​ຊ​ໂລ​ນາ ເຄີຍ​ໄດ້​ຮັບການ​ຂະ​ໜານ​ນາມ​ວ່າ​ເປັນ “ນະຄອນຫລວງ ແຫ່ງສະຖາປັດຕະຍະກຳໂລກ”.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments