Homeຂ່າວໜ້າໜຶ່ງນາຍົກລັດຖະມົນຕີ ຕ້ອນຮັບຜູ້ແທນຂັ້ນສູງ ສະຖາບັນການເມືອງ ແລະ ວິທະຍາສາດ ແຫ່ງ ສສ ຫວຽດນາມ

ນາຍົກລັດຖະມົນຕີ ຕ້ອນຮັບຜູ້ແທນຂັ້ນສູງ ສະຖາບັນການເມືອງ ແລະ ວິທະຍາສາດ ແຫ່ງ ສສ ຫວຽດນາມ

ໃນຕອນເຊົ້າວັນທີ 6 ສິງຫາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ສະຫາຍ ດວ່ານ ມິງ ຮ່ວນ ກຳມະການກົມການເມືອງສູນກາງພັກ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີ່ມິງ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ແລະ ເຂົ້າຮ່ວມກອງປະຊຸມສໍາມະນາວິທະຍາສາດສາກົນ ຂອງລາວ-ຫວຽດນາມ ລະຫວ່າງ 4 ສະຖາບັນ ຢ່າງເປັນທາງການ.

ໂອກາດນີ້, ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ກໍຄື ສາຍພົວພັນຮ່ວມມື ລະຫວ່າງ 4 ສະຖາບັນ ທີ່ໄດ້ຮັບການເສີມຂະຫຍາຍຢ່າງໜັກແໜ້ນ, ເຂົ້າສູ່ລວງເລິກ ແລະ ຮັກສາບົດບາດເປັນເສົາຄ້ຳຂອງສາຍພົວພັນທີ່ເປັນມູນເຊື້ອ; ພ້ອມທັງຊົມເຊີຍການຈັດກອງປະຊຸມສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້ “ເສດຖະກິດເອກະລາດ ເປັນເຈົ້າຕົນເອງ: ຂໍ້ລິເລີ່ມຂອງ ສປປ ລາວ ແລະ ບົດຮຽນປະສົບການຂອງ ສສ ຫວຽດນາມ” ຊຶ່ງເປັນຫົວຂໍ້ທີ່ຖືກທິດ, ທັນເວລາ, ມີຄວາມໝາຍທັງທາງທິດສະດີ ແລະ ພາກປະຕິບັດ ໃນຍຸກແຫ່ງການປະຕິວັດອຸດສາຫະກຳ ຄັ້ງທີ 4 ເພື່ອໃຫ້ການຮ່ວມມືເກີດຜົນປະໂຫຍດສູງສຸດ, ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະເໜີບາງທິດທາງການຮ່ວມມື ເປັນຕົ້ນ ການຮັກສາ ແລະ ພັດທະນາກົນໄກການຮ່ວມມືຢ່າງເປັນລະບົບຕໍ່ເນື່ອງ; ຍົກສູງຄຸນນະພາບການຄົ້ນຄວ້າ ໂດຍສຸມໃສ່ວຽກງານດ້ານຍຸດທະສາດເຊັ່ນ: ເສດຖະກິດເອກະລາດ, ການບໍລິຫານລັດ, ເສດຖະກິດດີຈິຕອນ, ເສດຖະກິດສີຂຽວ ແລະ ອື່ນໆ; ສົ່ງເສີມການແລກປ່ຽນນັກວິຊາການ ແລະ ນັກສຶກສາ; ຄົ້ນຄວ້າຮ່ວມ ແລະ ພັດທະນາຖານຂໍ້ມູນ; ການສັງຮວມຜົນການຄົ້ນຄວ້າເປັນຂໍ້ສະເໜີທາງນະໂຍບາຍ ລາຍງານຕໍ່ການນຳສອງປະເທດ; ຈັດກອງປະຊຸມສຳມະນາຮ່ວມກັນຢ່າງຕໍ່ເນື່ອງ ແລະ ສືບຕໍ່ເພີ່ມພູນຄູນສ້າງມູນເຊື້ອຄວາມສາມັກຄີພິເສດ ລາວ-ຫວຽດນາມ,​ ຫວຽດນາມ-ລາວ.

ໃນໂອກາດດຽວກັນ, ສະຫາຍ ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີ່ມິງ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ພ້ອມທັງລາຍງານກ່ຽວກັບຜົນສຳເລັດຂອງການຈັດກອງປະຊຸມສຳມະນາວິທະຍາ ສາດ, ການແລກປ່ຽນບົດຮຽນ ແລະ ທິດທາງການຮ່ວມມືທາງດ້ານວິຊາການ ໂດຍໄດ້ສະແດງຄວາມໝັ້ນໝາຍ ທີ່ຈະສືບຕໍ່ປະສານສົມທົບ ແລະ ຮ່ວມມືຢ່າງໃກ້ຊິດ ກັບບັນດາສະຖາບັນຄົ້ນຄວ້າ ແລະ ລັດຖະບານລາວ, ສືບຕໍ່ເພີ່ມທະວີການຮ່ວມມືຢ່າງຮອບດ້ານ, ປະສານສົມທົບຈັດຕັ້ງຜັນຂະຫຍາຍບັນດາແຜນການຮ່ວມມື ໃຫ້ປະກົດຜົນເປັນຮູບປະທຳ ເພື່ອເພີ່ມພູນຄູນສ້າງສາຍພົວພັນສາມັກຄີພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນ ເປັນກ້າວໆ.

ຂ່າວ: ກົມປະຊາສຳພັນ ຫສນຍ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments