ສຳນັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້ນັກຂ່າວຍີ່ປຸ່ນ ລາຍງານວ່າ: ຄະນະລັດຖະມົນຕີ ຂອງນາຍົກລັດຖະມົນຕີຊານາເອະ ທາຄາອິຈິ ໄດ້ມີມະຕິອະນຸມັດການໃຊ້ງົບປະມານສຳຮອງປະມານ 2,42 ໝື່ນລ້ານເຢນ ຂອງສົກປີງົບປະມານ 2026 ດ້ວຍວົງເງິນປະມານ 1 ພັນຕື້ເຢນ ເພື່ອຊ່ວຍເຫລືອພື້ນທີ່ທີ່ໄດ້ຮັບຄວາມເສຍຫາຍຈາກເຫດການແຜ່ນດິນໄຫວຢ່າງຮຸນແຮງໃນແຂວງຄຸມາໂມໂຕ ທາງຕາເວັນຕົກສ່ຽງໃຕ້ ຂອງຍີ່ປຸ່ນ ເມື່ອອາທິດຜ່ານມາ. ລັດຖະບານຍີ່ປຸ່ນ ສາມາດໄດ້ຕັດສິນໃຈໃຫ້ໃຊ້ງົບດັ່ງກ່າວ ໂດຍບໍ່ຈຳເປັນຕ້ອງຜ່ານການພິຈາລະນາ ຂອງລັດຖະສະພາ.
ໂດຍງົບປະມານປະມານ 2,06 ໝື່ນລ້ານເຢນເພື່ອສ້ອມແປງຖະໜົນ, ຂົວ ແລະ ສິ່ງອຳນວຍຄວາມສະດວກສາທາລະນະ ທີ່ໄດ້ຮັບຄວາມເສຍຫາຍ ເພື່ອອຳນວຍຄວາມສະດວກໃນການເຂົ້າເຖິງພື້ນທີ່ ປະສົບໄພ ແລະ ການໃຫ້ຄວາມຊ່ວຍເຫລືອສຸກເສີນ ພ້ອມກັນນັ້ນຍັງຈັດສັນງົບປະມານ 2,4 ຕື້ເຢນ ສຳລັບຈັດຫາອາຫານ, ນ້ຳດື່ມ, ຫ້ອງອາບນ້ຳເຄື່ອນທີ່, ຕຽງ ແລະ ເຄື່ອງປັບອາກາດເຄື່ອນທີ່ ສະເພາະຈຸດໃຫ້ແກ່ຜູ້ອົບພະຍົບ. ສ່ວນ 1,2 ຕື້ເຢນ ຈະນຳໃຊ້ເຂົ້າໃນການກໍ່ສ້າງ ແລະ ຈັດຫາທີ່ຢູ່ອາໄສຊົ່ວຄາວ ເຊິ່ງລັດຖະບານແຂວງຄຸມາໂມໂຕ ເປັນຜູ້ຈັດຕັ້ງປະຕິບັດ.

