ສຳນັກຂ່າວຊິນຮວາ ຂອງ ສປຈີນ ເມື່ອບໍ່ດົນມານີ້ ບົດລາຍງານພະຍາກອນອາກາດ ສະບັບຫລ້າສຸດຈາກສູນຊ່ຽວຊານດ້ານອຸຕຸນິຍົມວິທະຍາແຫ່ງອາຊຽນ (ASMC) ຄາດການວ່າອາຊີຕາເວັນອອກສ່ຽງໃຕ້ ຈະປະສົບກັບສະພາບອາກາດຮ້ອນ ແລະ ແຫ້ງແລ້ງຂຶ້ນໃນອີກສອງສາມເດືອນຂ້າງໜ້າ ພ້ອມດ້ວຍຄວາມສ່ຽງທີ່ຈະເກີດໄຟໄໝ້ປ່າ ແລະ ໝອກຄວັນຂ້າມແດນທີ່ເພີ່ມຂຶ້ນ ຫລັງຈາກປະກົດການ ເອລນີໂຢ ເພີ່ມທະວີ ຄວາມຮຸນແຮງ ຈົນເຮັດໃຫ້ປະລິມານ ນໍ້າຝົນຫລຸດລົງ.
ສູນດັ່ງກ່າວລະບຸວ່າ ສະພາວະເອລນີໂຢ ມີທ່າອ່ຽງສົ່ງຜົນໃຫ້ພື້ນທີ່ສ່ວນໃຫຍ່ ຂອງເຂດອາຊຽນ ຕອນໃຕ້ມີປະລິມານນ້ຳຝົນຕ່ຳກວ່າປົກກະຕິ ໃນໄລຍະເດືອນສິງຫາ-ເດືອນຕຸລາ. ປັດຈຸບັນປະກົດການ ເອລນີໂຢ ໄດ້ກໍ່ຕົວຂຶ້ນແລ້ວ ໂດຍຄາດວ່າຈະເພີ່ມທະວີຄວາມຮຸນແຮງຂຶ້ນໃນຕໍ່ໜ້າ ເຊິ່ງມໍລະສຸມຕາເວັນຕົກສ່ຽງໃຕ້ຈະຍັງສືບຕໍ່ໃນໄລຍະເດືອນສິງຫາ-ເດືອນຕຸລາ ໃນຂະນະທີ່ລົມປະຈຳປີ (prevailing wind) ຈະພັດມາຈາກທິດາຕາເວັນອອກສ່ຽງໃຕ້ ຫລື ທິດາຕາເວັນຕົກສ່ຽງໃຕ້ ເປັນສ່ວນໃຫຍ່.
ນອກຈາກນີ້ ເຂດອາຊຽນຕອນໃຕ້ ມີທ່າອ່ຽງປະສົບກັບສະພາບອາກາດແຫ້ງແລ້ງຕໍ່ເນື່ອງ ເນື່ອງຈາກຝົນມໍລະສຸມຍັງຄົງຢູ່ທາງຕອນເໜືອ ຂອງເສັ້ນສູນສູດ ແລະ ຄາດວ່າພື້ນທີ່ອາຊຽນຕອນເໜືອ ຈະມີສະພາບອາກາດຊຸ່ມຊື່ນ ແລະ ມີຝົນຕົກຫລາຍກວ່າ.

