Homeຂ່າວຕ່າງປະເທດອາຊຽນ ກຽມຮັບມືກັບສະພາບພູມອາກາດ ທີ່ເພີ່ມທະວີ ຄວາມຮຸນແຮງ

ອາຊຽນ ກຽມຮັບມືກັບສະພາບພູມອາກາດ ທີ່ເພີ່ມທະວີ ຄວາມຮຸນແຮງ

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ບົດລາຍງານ ພະຍາກອນ ອາກາດ ສະບັບຫລ້າສຸດ ຈາກສູນຊ່ຽວຊານ ດ້ານອຸຕຸນິຍົມ ວິທະຍາ ແຫ່ງ ອາຊຽນ (ASMC) ຄາດການວ່າ ອາຊີຕາເວັນອອກສ່ຽງໃຕ້ ຈະປະສົບກັບ ສະພາບ ອາກາດຮ້ອນ ແລະ ແຫ້ງແລ້ງຂຶ້ນ ໃນອີກສອງສາມເດືອນ ຂ້າງໜ້າ ພ້ອມດ້ວຍ ຄວາມສ່ຽງ ທີ່ຈະເກີດໄຟ ໄໝ້ປ່າ ແລະ ໝອກຄວັນ ຂ້າມແດນ ທີ່ເພີ່ມຂຶ້ນ ຫລັງຈາກ ປະກົດການ ເອລນີໂຢ ເພີ່ມທະວີ ຄວາມຮຸນແຮງ ຈົນເຮັດໃຫ້ປະລິມານ ນໍ້າຝົນຫລຸດລົງ.

ສູນດັ່ງກ່າວ ລະບຸວ່າ ສະພາວະ ເອລນີໂຢ ມີທ່າອ່ຽງ ສົ່ງຜົນໃຫ້ ພື້ນທີ່ ສ່ວນໃຫຍ່ ຂອງ ເຂດອາຊຽນ ຕອນໃຕ້ມີປະລິມານ ນ້ຳຝົນ ຕ່ຳກວ່າ ປົກກະຕິ ໃນໄລຍະ ເດືອນສິງຫາ-ເດືອນຕຸລາ. ປັດຈຸບັນ, ປະກົດການ ເອລນີໂຢ ໄດ້ກໍ່ຕົວຂຶ້ນແລ້ວ ໂດຍຄາດວ່າ ຈະເພີ່ມທະວີ ຄວາມຮຸນແຮງຂຶ້ນ ໃນຕໍ່ໜ້າ ເຊິ່ງມໍລະສຸມ ຕາເວັນຕົກສ່ຽງໃຕ້ ຈະຍັງສືບຕໍ່ໃນໄລຍະເດືອນສິງຫາ-ເດືອນຕຸລາ ໃນຂະນະທີ່ ລົມປະຈຳປີ (prevailing wind) ຈະພັດມາຈາກ ທິດາຕາເວັນອອກສ່ຽງໃຕ້ ຫລື ທິດາຕາເວັນຕົກສ່ຽງໃຕ້ ເປັນສ່ວນໃຫຍ່.

ນອກຈາກນີ້, ເຂດອາຊຽນຕອນໃຕ້ ມີທ່າອ່ຽງ ປະສົບກັບ ສະພາບອາກາດ ແຫ້ງແລ້ງຕໍ່ເນື່ອງ ເນື່ອງຈາກ ຝົນມໍລະສຸມ ຍັງຄົງຢູ່ ທາງຕອນເໜືອ ຂອງ ເສັ້ນສູນສູດ ແລະ ຄາດວ່າພື້ນທີ່ ອາຊຽນ ຕອນເໜືອ ຈະມີສະພາບ ອາກາດຊຸ່ມຊື່ນ ແລະ ມີຝົນຕົກຫລາຍກວ່າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments