Homeຂ່າວຕ່າງປະເທດບໍລິສັດ ນ້ຳມັນທີ່ໃຫຍ່ທີ່ສຸດ 8 ແຫ່ງຂອງໂລກ ມີກຳໄລມະຫາສານ

ບໍລິສັດ ນ້ຳມັນທີ່ໃຫຍ່ທີ່ສຸດ 8 ແຫ່ງຂອງໂລກ ມີກຳໄລມະຫາສານ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 5 ສິງຫາ ຜ່ານມາວ່າ: ການວິເຄາະຂອງໜັງສືພິມ The Guardian ຂອງອັງກິດ ເປີດເຜີຍວ່າ, ບໍລິສັດນ້ຳມັນທີ່ໃຫຍ່ທີ່ສຸດ 8 ແຫ່ງຂອງໂລກ ຊຶ່ງສ່ວນໃຫຍ່ແມ່ນຕັ້ງຢູ່ໃນບັນດາປະເທດຕາເວັນຕົກ ມີລາຍໄດ້ລວມກັນເກືອບ 93 ຕື້ໂດລາ ໃນລະຫວ່າງເດືອນເມສາ ຫາ ເດືອນມິຖຸນາ ຜ່ານມາ, ຫຼັງຈາກການໂຈມຕີຂອງສະຫະລັດ ອາເມຣິກາ ແລະ ອິສຣາແອນ ຕໍ່ອີຣານ ຊຶ່ງນຳໄປສູ່ການເພີ່ມຂຶ້ນຂອງລາຄາພະລັງງານທົ່ວໂລກຢ່າງໄວວາ. ບໍລິສັດທັງ 8 ແຫ່ງຄື: BP, Shell, Equinor, TotalEnergies, Eni, Chevron, ExxonMobil, ແລະ Saudi Aramco ມີລາຍໄດ້ລວມກັນຫຼາຍກວ່າ 700,000 ໂດລາ ຕໍ່ນາທີໃນໄລຍະດັ່ງກ່າວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments