Homeຂ່າວພາຍໃນຫາລືການນຳໃຊ້ເຕັກໂນໂລຊີ ທີ່ທັນສະໄໝ ຂອງຊາວໜຸ່ມໃນການພັດທະນາກະສິກຳ

ຫາລືການນຳໃຊ້ເຕັກໂນໂລຊີ ທີ່ທັນສະໄໝ ຂອງຊາວໜຸ່ມໃນການພັດທະນາກະສິກຳ

ໃນວັນທີ 5 ສິງຫາ 2026, ລັດຖະບານລາວ ຮ່ວມກັບກອງທຶນສາກົນ ເພື່ອການພັດທະນາກະສິກຳ (IFAD), ຫ້ອງການປະສານງານສະຫະປະຊາຊາດ ປະຈຳ ລາວ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຈັດກອງປະຊຸມປຶກສາຫາລືນະໂຍບາຍລະດັບສູງ ກ່ຽວກັບການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ຂອງຊາວໜຸ່ມໃນການພັດທະນາກະສິກຳ ພາຍໃຕ້ຫົວຂໍ້ ການແຂ່ງຂັນດີຈິຕອນໃນຂະແໜງກະສິກຳ (Youth4Laos) ຊຶ່ງມີບັນດານັກສຶກສາຈາກປະເທດຍີ່ປຸ່ນ, ສ ເກົາຫລີ ແລະ ສປປ ລາວ ຮ່ວມກັນຄົ້ນຄວ້າ ແລະ ສະເໜີວິທີການນໍາໃຊ້ດີຈິຕອນ ເພື່ອປັບປຸງການພັດທະນາຂະແໜງກະສິກຳ ຂອງຄອບຄົວກະສິກອນຂະໜາດນ້ອຍ ໃນ ສປປ ລາວ.

ທ່ານ ນາງ ພະກາວັນ ຟິດສະໄໝ ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ເນັ້ນໜັກເຖິງບົດບາດ ແລະ ຄວາມສຳຄັນ ຂອງການມີສ່ວນຮ່ວມຂອງຊາວໜຸ່ມ ໃນການພັດທະນາຂະແໜງກະສິກຳ. ພ້ອມທັງຊີ້ໃຫ້ເຫັນວ່າ ຊາວໜຸ່ມ ໃນປັດຈຸບັນບໍ່ພຽງແຕ່ເປັນຜູ້ນຳ ໃນອະນາຄົດເທົ່ານັ້ນ, ແຕ່ຍັງເປັນນັກປະດິດສ້າງທີ່ຫ້າວຫັນ ພ້ອມດ້ວຍພະລັງແຮງ ແລະ ວິໄສທັດ ທີ່ຈຳເປັນເພື່ອພັດທະນາລະບົບອາຫານແບບຍືນຍົງ.

ໃນໂອກາດນີ້, ທ່ານ ນາງ ລີຫານາ ລາຊາ ຜູ້ອຳນວຍການໃຫຍ່ ປະຈຳພາກພື້ນ IFAD ປະຈຳພາກພື້ນອາຊີ ແລະ ປາຊີຟິກ ກ່າວວ່າ: ໂຄງການ ແລະ ກິດຈະກຳ ໃນການສົ່ງເສີມຊາວໜຸ່ມໃນການພັດທະນາ ໃນ ສປປ ລາວ ສາມາດເປັນຕົວແບບທີ່ສຳຄັນຢູ່ບ່ອນອື່ນໆ ໃນພາກພື້ນ ແລະ ໄດ້ຍົກໃຫ້ເຫັນບົດບາດອັນສຳຄັນ ທີ່ນັກປະດິດສ້າງຊາວໜຸ່ມ ມີບົດບາດໃນການຂະແໜງກະສິກຳ ໂດຍສະເພາະໃນການຫັນປ່ຽນ ກະສິກຳແບບດັ້ງເດີມໄປສູ່ທຸລະກິດກະສິກຳທີ່ທັນສະໄໝ ທີ່ມີແຫລ່ງຂໍ້ມູນທີ່ສຳຄັນ ເພື່ອຮັບໃຊ້ໃນການວາງແຜນ ແລະ ຈັດຕັ້ງປະຕິບັດຢ່າງເປັນລະບົບ.

ທ່ານ ນາງ ໄຊລີ ມາເທີ ຫົວໜ້າຫ້ອງການປະສານງານ ອົງການສະຫະປະຊາຊາດ ປະຈຳ ສປປ ລາວ ໄດ້ເນັ້ນໜັກເປັນພິເສດກ່ຽວກັບ ຄວາມສຳຄັນຂອງການລົງທຶນໃສ່ໄວໜຸ່ມ ຊຶ່ງເປັນພື້ນຖານຂອງການພັດທະນາແບບຍືນຍົງ. ພ້ອມນີ້, ຍັງໄດ້ເນັ້ນໜັກກ່ຽວກັບບົດບາດອັນສຳຄັນຂອງໄວໜຸ່ມ ໃນການນຳສະເໜີວິທີແກ້ໄຂ ທີ່ມີນະວັດຕະກຳ ທີ່ສ້າງຄວາມເຂັ້ມແຂງ ແລະ ສາມາດປັບຕົວເຂົ້າໃນການປ່ຽນແປງດິນຟ້າອາອາກາດ.

ໂຄງການ Youth4Laos ມີຈຸດປະສົງເພື່ອກະຕຸ້ນການລິເລີ່ມຕ່າງໆທີ່ມີສ່ວນຮ່ວມຢ່າງຫ້າວຫັນ ຂອງຊາວໜຸ່ມໃນການພັດທະນາລະບົບກະສິກຳ ແລະ ອາຫານ, ກຳນົດທິດທາງພື້ນຖານການພັດທະນາ ໃນອະນາຄົດທີ່ມີຄວາມຍືນຍົງ ພ້ອມທັງສອດຄ່ອງກັບເປົ້າໝາຍ ການພັດທະນາແບບຍືນຍົງ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງ ສປປ ລາວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments