ລັດຖະບານແຫ່ງ ສປປ ລາວ ຕາງໜ້າໂດຍ ກະຊວງສາທາລະນະສຸກ, ກະຊວງກະສິກຳ ແລະ ສິ່ີ່ງແວດລ້ອມ, ອົງການອາຫານ ແລະ ການກະເສດ (FAO) ແລະ ອົງການສະຫະປະຊາຊາດສໍາລັບເດັກ(ອຸຍນິເຊັບ) ຮ່ວມກັນນຳສະເໜີໂຄງການຍົກລະດັບຄວາມອາດສາມາດຂອງ ສປປ ລາວ ໃນການກຽມຄວາມພ້ອມຮັບມື ແລະ ໂຕ້ຕອບການລະບາດຂອງພະຍາດ ພາຍໃຕ້ກອງທຶນໂຕ້ຕອບຕໍ່ການລະບາດຂະໜາດໃຫຍ່ (Pandemic Fund) ຫລື ALERT-LAO ໃນວັນທີ 5 ສິງຫາ 2026 ທີ່ນະຄອນຫລວງວຽງຈັນ, ຊຶ່ງເປັນການລິເລີ່ມໃນການເສີມສ້າງຂີດຄວາມສາມາດ ໃນການກຽມພ້ອມໃຫ້ແກ່ ສປປ ລາວ ໃນການປ້ອງກັນ, ການຄົ້ນຫາ ແລະ ການໂຕ້ຕອບຕໍ່ຄວາມສ່ຽງຈາກການລະບາດຂອງພະຍາດ ທັງນີ້ກໍເພື່ອຊ່ວຍຍົກລະດັບ ຂີດຄວາມສາມາດໃນການເຕືອນໄພລ່ວງໜ້າ, ວຽກງານທາງດ້ານຫ້ອງວິເຄາະ, ສຸຂະພາບໜຶ່ງດຽວ ໃນຂະແໜງການສຸຂະພາບຄົນ, ສຸຂະພາບສັດ ແລະ ສິ່ງແວດລ້ອມ.
ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ໄດ້ກ່າວວ່າ: ຄງໂຄງການນີ້ ໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງພວກເຮົາ ໃນການປົກປ້ອງກັນສຸຂະພາບຂອງປະຊາຊົນລາວ ຜ່ານລະບົບທີ່ມີຄວາມໝັ້ນຄົງ ແລະ ການປະສານງານກັນຢ່າງເອກະພາບ. ໂຄງການ ALERT-LAO ໄດ້ຮັບທຶນຊ່ວຍເຫລືອ 17,59 ລ້ານໂດລາສະຫະລັດ ຈາກ ກອງທຶນການກຽມຄວາມພ້ອມຮັບມືການລະບາດຂອງພະຍາດຂະໜາດໃຫຍ່, ຊຶ່ງມີບົດບາດອັນສຳຄັນໃນການຊ່ວຍຍົກລະດັບ ຂີດຄວາມສາມາດໃນການເຕືອນໄພລ່ວງໜ້າຂອງສະພາບການລະບາດພະຍາດ ແລະ ຄວາມສາມາດໃນການກວດຫາເຊື້ອພະຍາດ ເພື່ອບົ່ງມະຕິເພື່ອຊ່ວຍໃຫ້ ສປປ ລາວ ມີການກຽມພ້ອມຮັບມືທີ່ດີຂຶ້ນ ຕໍ່ໄພຄຸກຄາມທີ່ເກີດຈາກການລະບາດຂອງພະຍາດ ທີ່ອາດເກີດຂຶ້ນໃນອະນາຄົດ.

ໂຄງການ ALERT-LAO ຈະມີການຍົກລະດັບການກຽມຄວາມພ້ອມຮັບມື ແລະ ໂຕ້ຕອບຕໍ່ການລະບາດຂອງພະຍາດໃນ ສປປ ລາວ, ການຊ່ວຍເຫລືືອຄັ້ງນີ້ ຈະເນັ້ນໃສ່ລະບົບເຝົ້າລະວັງພະຍາດ ແລະ ການເຕືອນໄພລ່ວງໜ້າແບບເຊື່ອມສານ, ວຽກງານວິເຄາະ, ການພັດທະນາບຸກຄະລາກອນສຸຂະພາບໜຶ່ງດຽວ (One Health), ການປ້ອງກັນຄວາມສ່ຽງ ແລະ ການສ້າງສະພາບແວດລ້ອມດ້ານນະໂຍບາຍທີ່ເອື້ອອໍານວຍໃນທົ່ວ 18 ແຂວງ. ລັດຖະບານໄດ້ປະກອບສ່ວນທຶນສົມທົບ ໃນຮູບແບບຕ່າງໆມູນຄ່າ 91,6 ລ້ານໂດລາສະຫະລັດ ແລະ ຈາກບັນດາຄູ່ຮ່ວມພັດທະນາສາກົນຈໍານວນ 14,6 ລ້ານໂດລາສະຫະລັດ.
ທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ກ່າວວ່າ: ການປົກປ້ອງສຸຂະພາບຂອງຄົນ ຍັງຮຽກຮ້ອງໃຫ້ພວກເຮົາປົກປ້ອງສຸຂະພາບສັດ, ສິ່ງແວດລ້ອມ ແລະ ຄວາມປອດໄພ ພ້ອມທັງຄວາມສາມາດໃນການຟື້ນຕົວຂອງລະບົບອາຫານຂອງພວກເຮົາ. ຜ່ານໂຄງການ ALERT-LAO ຈະເສີມສ້າງລະບົບເຝົ້າລະວັງພະຍາດສັດ, ການບໍລິການສັດຕະວະແພດ ແລະ ຫ້ອງວິເຄາະ, ການຕິດຕາມດ້ານສິ່ງແວດລ້ອມ ແລະ ການປະສານງານຂອງແຕ່ລະຂະແໜງການ ເພື່ອໃຫ້ສາມາດຄົ້ນຫາ ແລະ ໂຕ້ຕອບແຕ່ຫົວທີ.

ທ່ານ ບີລາລ ໂອແຣັງ ເຊັບ ດູຮານີ ຜູ້ຕາງໜ້າອົງການຢູນິເຊັບ ປະຈໍາ ສປປ ລາວ ກ່າວວ່າ: ໄພຄຸກຄາມຈາກພະຍາດລະບາດ ແມ່ນເລີ່ມຕົ້ນຂຶ້ນຢ່າງງຽບໆ ໃນບ່ອນທີ່ຄົນ, ສັດ ແລະ ສິ່ງແວດລ້ອມ ທີ່ອາໄສຢູ່ຮ່ວມກັນ. ໃນນາມສອງອົງການ ທີ່ຈັດຕັ້ງປະຕິບັດໂຄງການຫລັກ, ອົງການອາຫານ ແລະ ການກະເສດ ແລະ ອົງການສະຫະປະຊາຊາດ ສໍາລັບເດັກ ມີຄວາມພາກພູມໃຈທີ່ໄດ້ສະໜັບສະໜູນ ລັດຖະບານລາວ ໃນການສ້າງລະບົບເຊື່ອມໂຍງສຸຂະພາບໜຶ່ງດຽວ ໂດຍຜ່ານການເສີມສ້າງຄວາມເຂັ້ມແຂງລະບົບເຝົ້າລະວັງ, ຫ້ອງວິເຄາະ-ວິໄຈທີ່ມີຄຸນນະພາບດີຂຶ້ນ ແລະ ການຝຶກອົບຮົມໃຫ້ບຸກຄະລາກອນດ້ານສຸຂະພາບໜຶ່ງດຽວ ເພື່ອໃຫ້ໝັ້ນໃຈໄດ້ວ່າ ເມື່ອມີໄພຄຸກຄາມເກີດຂຶ້ນໃນຄັ້ງຕໍ່ໄປ, ການຕອບໂຕ້ຈະສາມາດດຳເນີນໄດ້ຢ່າງທັນການ ທີ່ຈະສາມາດປົກປ້ອງເດັກນ້ອຍ ແລະ ຊຸມຊົນໄດ້.

