Homeຂ່າວໜ້າໜຶ່ງບໍລິສັດສະຕາໂທລະຄົມ ຈຳກັດ (Unitel) ມອບ-ຮັບຕຳແໜ່ງຜູ້ອຳນວຍການໃຫຍ່ ຄົນເກົ່າ-ຄົນໃໝ່ ສືບຕໍ່ພາລະກິດສ້າງສັນທິດທາງໃໝ່ ມຸ່ງສູ່ການເຕີບໂຕໃນຍຸກດິຈິຕອນ

ບໍລິສັດສະຕາໂທລະຄົມ ຈຳກັດ (Unitel) ມອບ-ຮັບຕຳແໜ່ງຜູ້ອຳນວຍການໃຫຍ່ ຄົນເກົ່າ-ຄົນໃໝ່ ສືບຕໍ່ພາລະກິດສ້າງສັນທິດທາງໃໝ່ ມຸ່ງສູ່ການເຕີບໂຕໃນຍຸກດິຈິຕອນ

ໃນວັນທີ 3 ສິງຫາ 2026 ທີ່ສຳນັກງານໃຫຍ່ບໍລິສັດສະຕາໂທລະຄົມຈຳກັດ (Unitel) ໄດ້ຈັດພິທີມອບ-ຮັບຕຳແໜ່ງຜູ້ອຳນວຍການໃຫຍ່ ລະຫວ່າງຜູ້ອຳນວຍການໃຫຍ່ຄົນເກົ່າ ແລະ ຄົນໃໝ່ຢ່າງເປັນທາງການ. ພິທີດັ່ງກ່າວໄດ້ຮັບກຽດເປັນປະທານ ຂອງທ່ານ ພົນໂທ ສາຍໃຈ ກົມມະສິດ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ປະທານສະພາບໍລິຫານບໍລິສັດສະຕາໂທລະຄົມຈຳກັດ; ພ້ອມດ້ວຍ ທ່ານນາງ ຫງຽນ ທິ ຮົວ, ຜູ້ອຳນວຍການໃຫຍ່ບໍລິສັດ Viettel Global, ຮອງປະທານສະພາບໍລິຫານບໍລິສັດສະຕາໂທລະຄົມຈຳກັດ, ມີຄະນະສະພາບໍລິຫານ, ຄະນະອຳນວຍການ ແລະ ພະນັກງານຈາກທົ່ວບໍລິສັດເຂົ້າຮ່ວມ.

ໃນພິທີ ຄະນະຈັດຕັ້ງໄດ້ຜ່ານເນື້ອໃນຂໍ້ຕົກລົງ ແລະ ດຳເນີນການເຊັນບົດບັນທຶກມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ເຈີ່ນ ຈຸງ ຮືງ (Trần Trung Hưng) ຜູ້ອຳນວຍການໃຫຍ່ຄົນເກົ່າ ແລະ ທ່ານນາງ ຫງຽນ ທິ ເຕິມ (Nguyễn Thị Tâm) ຜູ້ອຳນວຍການໃຫຍ່ຄົນໃໝ່ ທີ່ເຂົ້າມາຮັບໜ້າທີ່ນຳພາ ແລະ ບໍລິຫານ Unitel ໃນວາລະຕໍ່ໄປ.

ໃນໂອກາດອຳລາໜ້າທີ່, ທ່ານ ເຈີ່ນ ຈຸງ ຮືງ ໄດ້ກ່າວເຖິງຜົນງານໃນໄລຍະ 4 ປີ ທີ່ໄດ້ນຳພາ Unitel ໃຫ້ຮັກສາການເຕີບໂຕ, ພັດທະນາທຸລະກິດ ແລະ ສ້າງຮາກຖານສຳຄັນ ສຳລັບການພັດທະນາໃນອະນາຄົດ. ພ້ອມທັງສະແດງຄວາມຂອບໃຈຕໍ່ຄະນະຜູ້ນຳ ແລະ ພະນັກງານ Unitel ທີ່ໄດ້ຮ່ວມແຮງຮ່ວມໃຈ ແລະ ສະໜັບສະໜູນຕະຫຼອດໄລຍະການດຳລົງຕຳແໜ່ງ ແລະ ໄດ້ອວຍພອນໃຫ້ຜູ້ອຳນວຍການໃຫຍ່ຄົນໃໝ່ ສືບຕໍ່ສະແດງຄວາມສາມາດ, ສະຕິປັນຍາ ແລະ ຈິດໃຈບຸກເບີກ ເພື່ອນຳພາ Unitel ໃຫ້ບັນລຸຜົນງານໃໝ່ ແລະ ເຕີບໂຕຢ່າງຍືນຍົງ.

ການກ້າວເຂົ້າມາຮັບຕຳແໜ່ງໃໝ່ ຂອງທ່ານນາງ ຫງຽນ ທິ ເຕິມ ຄັ້ງນີ້ ນັບໄດ້ວ່າເປັນຜູ້ບໍລິຫານຍິງຄົນທຳອິດ ຂອງ ບໍລິສັດ ສະຕາ ໂທລະຄົມ ຈຳກັດ (Unitel) ນັບແຕ່ການກໍ່ຕັ້ງ ຈົນເຖິງປັດຈຸບັນ. ໃນການຮັບໜ້າທີ່ໃໝ່, ທ່ານໄດ້ສະແດງຄວາມຂອບໃຈຕໍ່ຄວາມໄວ້ວາງໃຈ ແລະ ຢືນຢັນຄວາມມຸ່ງໝັ້ນທີ່ຈະຮ່ວມກັບທີມງານ Unitel ສ້າງຜົນສຳເລັດໃໝ່. ພ້ອມທັງໃຫ້ຄຳໝັ້ນສັນຍາ ບາງທິດທາງສຳຄັນ ທີ່ຈະສືບຕໍ່ຜັກດັນວ່າ:

– ສືບທອດ ແລະ ຕໍ່ຍອດຜົນງານ ຂອງຜູ້ນຳລຸ້ນກ່ອນ ເພື່ອສ້າງການເຕີບໂຕທີ່ຕໍ່ເນື່ອງ ແລະ ຍືນຍົງ.

– ຍຶດລູກຄ້າເປັນຈຸດໃຈກາງ ພ້ອມຍົກສູງຄຸນນະພາບເຄືອຂ່າຍ, ການບໍລິການ ແລະ ປະສົບການລູກຄ້າ.

– ເລັ່ງການຫັນປ່ຽນດິຈິຕອນ ພັດທະນາບໍລິການດິຈິຕອນ, ການເງິນດິຈິຕອນ ແລະ ແພລດຟອມເຕັກໂນໂລຊີ.

– ສ້າງທີມງານທີ່ເຂັ້ມແຂງ ມີຄວາມສາມາດ, ສ້າງສັນ ແລະ ພ້ອມຮ່ວມກັນເຕີບໂຕ.

– ເພີ່ມທະວີການຮ່ວມມື ກັບພາກລັດ, ອົງການ, ຄູ່ຮ່ວມງານ ແລະ ພາກສ່ວນຕ່າງໆ ໃນ ສປປ ລາວ.

ເຊີ່ງທ່ານ ເຊື່ອໝັ້ນວ່າ ດ້ວຍຄວາມສາມັກຄີ, ຈິດໃຈບຸກເບີກ ແລະ ການຮ່ວມແຮງຮ່ວມໃຈຂອງທີມງານ Unitel ພ້ອມດ້ວຍມູນເຊື້ອມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ, Unitel ຈະສາມາດກ້າວສູ່ບາດກ້າວໃໝ່ ໃນການເປັນອົງກອນເຕັກໂນໂລຊີຊັ້ນນຳ ແລະ ຮ່ວມປະກອບສ່ວນຕໍ່ການຫັນປ່ຽນດິຈິຕອນ ແລະ ການພັດທະນາເສດຖະກິດ-ສັງຄົມຂອງລາວ.

ສຳລັບການມອບ-ຮັບຕຳແໜ່ງຄັ້ງນີ້ ຈຶ່ງບໍ່ແມ່ນພຽງແຕ່ ເປັນການປ່ຽນຜ່ານຜູ້ນຳ ແຕ່ເປັນການສືບຕໍ່ພາລະກິດ, ຕໍ່ຍອດຜົນງານ ແລະ ເປີດບາດກ້າວໃໝ່ ໃຫ້ Unitel ກ້າວໄປຂ້າງໜ້າຢ່າງໝັ້ນຄົງ ແລະ ຍືນຍົງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments