Homeຂ່າວພາຍໃນຄະນະນຳເມືອງອາດສະພອນ ລົງຕິດຕາມສະພາບນ້ຳຖ້ວມ ພ້ອມວາງແຜນແກ້ໄຂສຸກເສີນ

ຄະນະນຳເມືອງອາດສະພອນ ລົງຕິດຕາມສະພາບນ້ຳຖ້ວມ ພ້ອມວາງແຜນແກ້ໄຂສຸກເສີນ

ແຫລ່ງຂ່າວຈາກ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ຜົນກະທົບຈາກອິດທິພົນຂອງພາຍຸດອນຟິນ (Dolphin) ເຮັດໃຫ້ເກີດຝົນຕົກໜັກຢ່າງຕໍ່ເນື່ອງໃນໄລຍະຫລາຍວັນຜ່ານມາ ໄດ້ສົ່ງຜົນໃຫ້ລະດັບນ້ຳໃນລຳນ້ຳເຊ ແລະ ສາຍຫ້ວຍຕ່າງໆ ໂດຍສະເພາະ ນ້ຳຫ້ວຍພຸງ ຢູ່ເມືອງອາດສະພອນ ແຂວງສະຫວັນນະເຂດ ເພີ່ມສູງຂຶ້ນຢ່າງໄວວາ ແລະ ໄຫລລົ້ນຝັ່ງ ເຂົ້າຖ້ວມເນື້ອທີ່ການຜະລິດ, ນາປີ ແລະ ເສັ້ນທາງຄົມມະນາຄົມໃນເຂດຕ່ຳ, ຊຶ່ງສົ່ງຜົນໃຫ້ການສັນຈອນລະຫວ່າງບ້ານຫາບ້ານ ຖືກຕັດຂາດໃນບາງຈຸດ.

ຕໍ່ກັບສະພາບດັ່ງກ່າວ, ໃນວັນທີ 5 ສິງຫາ 2026 ນີ້, ທ່ານ ຄອງມາ ເຮົ້າຂອງຄູນ ຮອງປະທານຄະນະກຳມະການປົກຄອງເມືອງ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນ ເມືອງອາດສະພອນ ພ້ອມດ້ວຍຄະນະ ໄດ້ລົງພື້ນທີ່ຕິດຕາມສະພາບນ້ຳຖ້ວມຢ່າງໃກ້ຊິດ ແລະ ກວດກາຄວາມເສຍຫາຍຂອງພື້ນຖານໂຄງຮ່າງ ເພື່ອປະເມີນສະຖານະການ ແລະ ວາງແຜນຊ່ວຍເຫລືອຢ່າງຮີບດ່ວນ.

ໃນການລົງກວດກາຕົວຈິງ, ຄະນະກຳມະການ ໄດ້ເຂົ້າກວດກາເຂດບ້ານນາໝາກເກືອ (ຄຸ້ມນາໂພ), ບ້ານໂພໄຊ, ບ້ານນາເຂົ້າໝິ້ນ ແລະ ຈຸດຂົວທໍ່ດາໂລໃໝ່ ເສັ້ນທາງລະຫວ່າງບ້ານຜັກຂະຫຍ່າ ຫາ ບ້ານທາດດອກແກ້ວ ທີ່ໄດ້ຮັບຄວາມເສຍຫາຍ ເປັນບວກ-ຂຸມເລິກ ເຮັດໃຫ້ຜູ້ໃຊ້ລົດໃຊ້ຖະໜົນສັນຈອນໄປ-ມາດ້ວຍຄວາມຍາກລຳບາກ, ເພື່ອເລັ່ງວາງແຜນສ້ອມແປງສຸກເສີນ. ສ່ວນຂໍ້ມູນຄວາມເສຍຫາຍດ້ານອື່ນໆ ທາງຄະນະກຳມະການ ພວມເລັ່ງສຳຫລວດ ແລະ ເກັບກຳຢ່າງລະອຽດ.

ອີງຕາມການຄາດຄະເນສະພາບອາກາດ, ໃນໄລຍະ 2-3 ວັນຂ້າງໜ້ານີ້ ຝົນຍັງຈະສືບຕໍ່ຕົກຢູ່. ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງພໍ່ແມ່ປະຊາຊົນ ໂດຍສະເພາະ ຜູ້ທີ່ອາໄສຢູ່ເຂດພື້ນທີ່ຕ່ຳ ແລະ ລຽບແຄມສາຍນ້ຳ ໃຫ້ຕິດຕາມຂ່າວພະຍາກອນອາກາດຢ່າງສະໝ່ຳສະເໝີ, ພ້ອມທັງເລັ່ງຍົກຍ້າຍສັດລ້ຽງ, ເຄື່ອງຂອງ ແລະ ຊັບສິນທີ່ມີຄ່າ ຂຶ້ນໄວ້ບ່ອນສູງທີ່ປອດໄພ ເພື່ອປ້ອງກັນ ແລະ ຫລຸດຜ່ອນຄວາມເສຍຫາຍທີ່ອາດຈະເກີດຂຶ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments