HomeUncategorizedກົງໂກ ຜະເຊີນກັບ ການລະບາດພະຍາດ ອີໂບລາ ຄັ້ງໃຫຍ່ທີ່ສຸດ ໃນປະຫວັດສາດ

ກົງໂກ ຜະເຊີນກັບ ການລະບາດພະຍາດ ອີໂບລາ ຄັ້ງໃຫຍ່ທີ່ສຸດ ໃນປະຫວັດສາດ

ສຳນັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ອົງການອະນາໄມໂລກ (WHO) ລາຍງານວ່າ: ການລະບາດ ຂອງເຊື້ອພະຍາດອີໂບລາ ຢູ່ກົງໂກ ໃນປັດຈຸບັນນີ້, ກາຍເປັນການແພ່ລະບາດຄັ້ງໃຫຍ່ທີ່ສຸດໃນປະຫວັດສາດ ຂອງປະເທດ ໂດຍມີຍອດຈຳນວນຜູ້ຕິດເຊື້ອໄວຣັດ ສາຍພັນບຸນດີບູໂຢ ທີ່ໄດ້ຮັບການຢືນຢັນ 3.605 ຄົນ, ເຊິ່ງລວມເຖິງຜູ້ເສຍຊີວິດ 1.587 ຄົນ ກວມເອົາອັດຕາການເສຍຊີວິດ 44%, ເປັນຕົວເລກສູງກວ່າການລະບາດຄັ້ງໃຫຍ່ທີ່ສຸດ ໃນໄລຍະປີ 2018-2020 ທີ່ມີຜູ້ຕິດເຊື້ອ 3.317 ຄົນ.

ການແພ່ລະບາດ ຂອງເຊື້ອພະຍາດດັ່ງກ່າວ ຢູ່ກົງໂກ ໃນປັດຈຸບັນໂດຍເບື້ອງຕົ້ນຈຳກັດ ໃນເຂດສຸຂະພາບມົງບວາລູ (Mongbwalu) ຂອງແຂວງອີຕູຣີ ໄດ້ແຜ່ລະບາດໄປສູ່ເຂດອື່ນ ຈຳນວນ 49 ເຂດ ໃນ 5 ແຂວງ ໄດ້ແກ່ອີຕູຣີ, ກີວູເໜືອ, ກີວູໃຕ້, ໂອຕ໌-ອູເອເລ ແລະ ຊູບໂປ ໃນໄລຍະເວລາພຽງ 2 ເດືອນ. ນອກຈາກນີ້ຍັງສົ່ງຜົນກະທົບຕໍ່ບພະນັກງານການແພດເພີ່ມຂຶ້ນຢ່າງຕໍ່ເນື່ອງ, ເນື່ອງຈາກ ບັນດາພະນັກງານຕິດເຊື້ອ ລວມມີ 151 ຄົນ ແລະ ເສຍຊີວິດ 44 ຄົນ ເຊິ່ງສະແດງໃຫ້ເຫັນເຖິງຊ່ອງຫວ່າງໃນການປ້ອງກັນ ແລະ ຄວບຄຸມການຕິດເຊື້ອພາຍໃນສະຖານພະຍາບານ.

ສະນັ້ນ, ອົງການດັ່ງກ່າວ ໄດ້ເຕືອນວ່າ ບໍ່ມີຄວາມປອດໄພ, ການພັດຖິ່ນຖານ ຂອງ ປະຊາກອນ, ການເຄື່ອນຍ້າຍຂອງປະຊາກອນ ໃນລະດັບສູງ ແລະ ການເດີນທາງ ຂ້າມຊາຍແດນ ໃນກົງໂກ ພວມເປັນ ອຸປະສັກ ຕໍ່ການກວດກາ ແລະ ຮັບມືກັບ ພະຍາດລະບາດດັ່ງກ່າວ. ຍ້ອນວ່າ ການລະບາດນີ້ ໄດ້ເກີດຂຶ້ນ ໃນເຂດ ທີ່ໄດ້ຮັບຜົນກະທົບ ຈາກຄວາມຂັດແຍ້ງ ເຊິ່ງການເຂົ້າເຖິງ ການດູແລສຸຂະພາບ, ນ້ຳສະອາດ, ອາຫານ ແລະ ທີ່ຢູ່ອາໄສ ຢ່າງຈຳກັດ, ສ່ວນການໂຈມຕີ ສະຖານພະຍາບານ ໄດ້ຈຳກັດ ການເຂົ້າເຖິງ ຂອງ ທີມຮັບມືສຸກເສີນ ແລະ ເພີ່ມຄວາມສ່ຽງ ໃນການແຜ່ເຊື້ອ ໂດຍບໍ່ມີການກວດພົບ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments