Homeຂ່າວດ່ວນການນຳເມືອງຄູນຄຳ ລົງຕິດຕາມສະພາບນ້ຳຖ້ວມ ຢູ່ພາຍໃນເມືອງ

ການນຳເມືອງຄູນຄຳ ລົງຕິດຕາມສະພາບນ້ຳຖ້ວມ ຢູ່ພາຍໃນເມືອງ

ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ການນຳເມືອງຄູນຄຳ ແຂວງຄຳມ່ວນ ນຳໂດຍທ່ານ ຄຳປ່ຽນ ມະນີຄຳ ເລຂາພັກເມືອງຄູນຄຳ, ທ່ານ ພົມມະລາ ຄານລາຫວັນ ປະທານຄະນະກຳມະການປົກຄອງເມືອງຄູນຄຳ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມສະພາບນ້ຳຖ້ວມພາຍໃນເມືອງຄູນຄຳ ໃນວັນທີ 05 ສິງຫາ 2026.

ຜ່ານການລົງຕິດຕາມເຫັນໄດ້ວ່າ ປະລິມານນ້ຳຈາກນ້ຳໄຮ, ນ້ຳຫີນບູນ ແມ່ນເພີ່ມຂຶ້ນຫລາຍ ເນື່ອງຈາກມີຝົນຕົກໜັກຕິດຕໍ່ກັນເປັນເວລາຫລາຍວັນ ເຮັດໃຫ້ນ້ຳເລີ່ມໄຫລເຂົ້າຖ້ວມເນື້ອທີ່ນາ, ເຮືອນຊານ ຂອງປະຊາຊົນເຂດຕາແສງນາກາງ, ເຂດເສັ້ນທາງບ້ານນາຄຳ ຫາ ບ້ານນາກາງ ການສັນຈອນແມ່ນຕິດຂັດ ບໍ່ສາມາດໄປ-ມາໄດ້ດ້ວຍພາຫະນະລົດ. ນອກຈາກນີ້, ຜົນກະທົບຈາກຝົນຕົກໜັກຍັງເຮັດໃຫ້ເສັ້ນທາງເລກທີ 8A ເຂດພູຜາມ່ານ ເມືອງຄູນຄຳ ຖືກນ້ຳເຊາະ ເຮັດໃຫ້ເສັ້ນທາງຂາດ, ການສັນຈອນແມ່ນບໍ່ສາມາດໄປ-ມາ ໄດ້, ເສັ້ນທາງພາຍໃນເທສະບານເມືອງ ບາງບ່ອນມີນ້ຳໄຫລຊຸ ຜ່ານເສັ້ນທາງ ເຮັດໃຫ້ການສັນຈອນພາຍໃນເມືອງ ມີຄວາມຫຍຸ້ງຍາກ ໂດຍສະເພາະ ເສັ້ນທາງເຂົ້າໄປກອງບັນຊາການທະຫານເມືອງຄູນຄຳ ແມ່ນໄດ້ຮັບຜົນກະທົບໜັກ ຈາກນ້ຳຫ້ວຍໄຫລຊຸ ເຮັດໃຫ້ທໍ່ຂາດອອກຈາກກັນ ເສັ້ນທາງເປ່ເພ ລົດໃຫຍ່ນ້ອຍບໍ່ສາມາດສັນຈອນເຂົ້າໃນກອງບັນຊາການທະຫານເມືອງໄດ້, ສ່ວນຟາກເບື້ອງບ້ານຄູນເງິນ (ຫລັກ 27) ກໍໄດ້ເກີດນ້ຳຖ້ວມເຮືອນຊານ, ເນື້ອທີ່ນາ ແລະ ຮ້ານຂາຍເຄື່ອງຂອງປະຊາຊົນ ເນື່ອງຈາກນ້ຳລະບາຍບໍ່ທັນ.

ການລົງຕິດຕາມສະພາບນ້ຳໃນຄັ້ງນີ້, ການນຳເມືອງຄູນຄຳ ຍັງໄດ້ແຈ້ງໃຫ້ບັນດາອຳນາດການປົກຄອງບ້ານ, ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ໃຫ້ເຝົ້າລະວັງລະດັບນ້ຳຕະຫລອດ 24 ຊົ່ວໂມງ, ກຽມພ້ອມອົບພະຍົບປະຊາຊົນອອກຈາກບ່ອນທີ່ມີຄວາມສ່ຽງ ແລະ ໄດ້ປະສານສົມທົບກັບບໍລິສັດຮັບເໝົາກໍ່ສ້າງເສັ້ນທາງ ໃຫ້ປັບປຸງແກ້ໄຂ ເສັ້ນທາງທີ່ເປ່ເພ ໃຫ້ສາມາດນຳໃຊ້ໄດ້ໂດຍໄວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments