ສຳນັກຂ່າວຊິນຮວາ ຂອງ ສປຈີນ ເມື່ອບໍ່ດົນມານີ້ ທະນາຄານກາງ ສ.ເກົາຫລີ (BOK) ເປີດເຜີຍວ່າ: ທະນາຄານກາງ ມີແຜນຈະຊື້ຄຳທີ່ຜະລິດພາຍໃນປະເທດ ເປັນຄັ້ງທຳອິດ ໃນຮອບ 13 ປີ ຜ່ານການເຮັດທຸລະກຳນອກຕະຫລາດ (OTC). ທະນາຄານກາງ ໄດ້ສ້າງຕັ້ງການຮ່ວມມື ກັບ ບໍລິສັດແອວເອັສເອັມເອັນເອັມ (LS MnM) ເຊິ່ງເປັນບໍລິສັດຫລອມ ແລະ ສະກັດທອງແດງ ລວມທັງ ຕະຫລາດຫລັກຊັບ ສ.ເກົາຫລີ (KRX) ແລະ ສູນຮັບຝາກຫລັກຊັບສ.ເກົາຫລີ (KSD).
ໃນຂະນະທີ່ແອວເອັສເອັມເອັນເອັມ ແມ່ນໜຶ່ງໃນສອງຜູ້ຜະລິດຄຳລາຍໃຫຍ່ ຂອງ ສ.ເກົາຫລີ ເຊັ່ນດຽວກັບບໍລິສັດໂຄຣາຊິງກ໌ (Korea Zinc) ໂດຍຜະລິດຄຳ ເຊິ່ງໄດ້ຮັບຜົນຈາກການຫລອມທອງແດງ, ທອງເຫລືອງ ແລະ ສັງກະສີ. ໃນຂະນະທີ່ຂໍ້ມູນຂອງ BOK ລະບຸວ່າທັງສອງບໍລິສັດດັ່ງກ່າວຜະລິດຄຳໄດ້ ປະມານ 40-45ໂຕນຕໍ່ປີ ແລະ ສົ່ງອອກປະມານ 10% ຂອງປະລິມານດັ່ງກ່າວ. ນອກຈາກນັ້ນ BOK ຍັງລະບຸວ່າທະນາຄານກາງ ຈະພິຈາລະນາຊື້ຄຳສ່ວນທີ່ບໍ່ໄດ້ໃຊ້ພາຍໃນປະເທດ ເພື່ອສົ່ງອອກຕາມຮຽກຮ້ອງ ຂອງບໍລິສັດເຫລົ່ານັ້ນ, ໂດຍໃຊ້ໂຄງສ້າງພື້ນຖານດ້ານການຊື້ຂາຍ ແລະ ການຊຳລະລາຄາທີ່ມີຢູ່ແລ້ວ ຂອງ KRX ລວມທັງສິ່ງອຳນວຍຄວາມສະດວກດ້ານການຈັດເກັບທີ່ KSD ພວມກະກຽມຢູ່.

