ໂຄງການຄຸ້ມຄອງຍານພາຫະນະ ແລະ ການຂົນສົ່ງແບບຄົບວົງຈອນ ເປັນການລົງທຶນຮ່ວມລະຫວ່າງພາກລັດ ແລະ ເອກະຊົນ ມີຈຸດປະສົງເພື່ອຍົກລະດັບ ລະບົບຄຸ້ມຄອງຂໍ້ມູນການຂຶ້ນທະບຽນຍານພາຫະນະ ແລະ ການຂົນສົ່ງ ໃຫ້ທັນສະໄໝ ສາມາດນຳໃຊ້ຂໍ້ມູນຂອງຍານພາຫະນະ ເຂົ້າໃນວຽກງານຄຸ້ມຄອງການຈະລາຈອນທາງບົກ ເປັນຕົ້ນ ບັນຫາອຸບັດເຫດທາງຫລວງ, ການປັບໃໝຜູ້ລະເມີດລະບຽບການຈະລາຈອນທາງບົກ, ການເມີນເສີຍການເສຍຄ່າທາງປະຈຳປີ, ການບັນທຸກເກີນກຳນົດ ແລະ ການບໍລິການຕ່າງໆ.

ນອກຈາກນີ້, ລະບົບທີ່ພັດທະນາໃນໂຄງການນີ້ ຍັງເປັນເຄື່ອງມືໃນການເກັບກຳ, ວິເຄາະ ແລະ ສະຫລຸບຂໍ້ມູນ ເພື່ອສະໜັບສະໜູນການຈັດເກັບຄ່າທຳນຽມ, ພາສີ-ອາກອນ ແລະ ລາຍຮັບພາກລັດ ທີ່ກ່ຽວຂ້ອງກັບການນຳໃຊ້ທາງ ແລະ ຍານພາຫະນະ, ສະໜອງຂໍ້ມູນອ້າງອີງໃຫ້ກະຊວງການເງິນ ເພື່ອນຳໄປໃຊ້ປະກອບກັບລະບົບ TaxRis ແລະ FinLink ໃນການກວດສອບ ແລະ ເພີ່ມປະສິດທິພາບການຈັດເກັບລາຍຮັບ, ການເຊື່ອມຕໍ່ກັບລະບົບປະກັນໄພຍານພາຫະນະ, ການຂຶ້ນທະບຽນສຳມະໂນຄົວ, ເບີຕິດຕໍ່ຂອງເຈົ້າຂອງຍານພາຫະນະ, ການອອກປຶ້ມອະນຸຍາດລົດຂົນສົ່ງລະຫວ່າງປະເທດ ແລະ ລະບົບອື່ນໆທີ່ກ່ຽວຂ້ອງ.
ໃນວັນທີ 3 ສິງຫາ 2026 ຢູ່ນະຄອນຫລວງວຽງຈັນ, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຈັດກອງປະຊຸມຄະນະຄຸ້ມຄອງສະເພາະ ເພື່ອຕິດຕາມປະເມີນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການຄຸ້ມຄອງຍານພາຫະນະ ແລະ ການຂົນສົ່ງແບບຄົບວົງຈອນ ໂດຍເປັນປະທານຂອງ ທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີກະຊວງ ຍທຂ, ທັງເປັນຫົວໜ້າຄະນະຄຸ້ມຄອງສະເພາະ ໂຄງການຄຸ້ມຄອງຍານພາຫະນະ ແລະ ການຂົນສົ່ງຄົບວົງຈອນ, ມີບັນດາຮອງລັດຖະມົນຕີ, ຜູ້ຕາງໜ້າຈາກກະຊວງ, ອົງການ ແລະ ຄະນະປະສານງານໂຄງການ ເຂົ້າຮ່ວມ.

ໂອກາດນີ້ ທ່ານ ຈັນທະລາ ພິມມະຈັກ ຫົວໜ້າກົມຂົນສົ່ງ ໄດ້ຍົົກໃຫ້ເຫັນຄວາມຄືບໜ້າການຈັດ ຕັ້ງປະຕິບັດໂຄງການຄຸ້ມຄອງຍານພາຫະນະ ແລະ ການຂົນສົ່ງແບບຄົບວົງຈອນ ນັບແຕ່ການລົງນາມສັນຍາສໍາປະທານການລົງທຶນຮ່ວມລະຫວ່າງ ພາກລັດ ແລະ ເອກະຊົນ ໃນປີ 2025, ພ້ອມທັງສະຫລຸບກ່ຽວກັບປະຫວັດຄວາມເປັນມາຂອງໂຄງການ ນັບແຕ່ຂັ້ນຕອນສຶກສາຄວາມເປັນໄປໄດ້ ການປະມູນ, ການຮັບຮອງຈາກສະພາແຫ່ງຊາດ ຈົນຮອດການຈັດຕັ້ງຄະນະບໍລິຫານ ແລະ ການດໍາເນີນວຽກງານຂອງໂຄງການ ຊຶ່ງໂຄງການດັ່ງກ່າວ ເປັນການລົງທຶນຮ່ວມລະຫວ່າງພາກລັດ ແລະ ເອກະຊົນ (PPP) ໃນລັກສະນະທີ່ເອກະຊົນອອກແບບກໍ່ສ້າງ, ສະໜອງທຶນ ແລະ ດຳເນີນການ (DBFO) ແລະ ບຳລຸງຮັກສາຕະຫລອດໄລຍະສຳປະທານ 20 ປີ ໂດຍທຸກໆ 5 ປີໃດ ຈະປະເມີນຄືນການຈັດຕັ້ງປະຕິບັດສັນຍາເທື່ອໜຶ່ງ.
ກອງປະຊຸມຄັ້ງນີ້ ສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງລັດຖະບານ ແລະ ກະຊວງ ຍທຂ ໃນການຜັກດັນໂຄງການສໍາຄັນດ້ານດີຈິຕອນ ເພື່ອຍົກລະດັບການຄຸ້ມຄອງຍານພາຫະນະ ແລະ ການຂົນສົ່ງຂອງປະເທດ ໃຫ້ມີຄວາມທັນສະໄໝ ໂປ່ງໃສ ມີປະສິດທິພາບ ແລະ ຮອງຮັບການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະຍາວ.

