ໃນຕອນບ່າຍວັນທີ 4 ສິງຫາ 2026, ທີ່ນະຄອນຫລວງຮ່າໂນ້ຍ, ທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສສ ຫວຽດນາມ ຮ່ວມກັບຄະນະທູດອາຊຽນ ປະຈຳ ສສ ຫວຽດນາມ ໃນໂອກາດວັນສ້າງຕັ້ງສະມາຄົມປະຊາຊາດອາຊີຕາ ເວັນອອກສ່ຽງໃຕ້ (ASEAN) ຄົບຮອບ 59 ປີ, ວັນເຊັນສົນທິສັນຍາໄມຕີຈິດ ແລະ ການຮ່ວມມືອາຊີຕາເວັນອອກສ່ຽງໃຕ້ (TAC) ຄົບຮອບ 50 ປີ ແລະ ວັນທີ່ ສສ ຫວຽດນາມ ເຂົ້າເປັນສະມາຊິກອາຊຽນ ຄົບຮອບ 31 ປີ.

ໃນໂອກາດນີ້, ສະຫາຍ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສສ ຫວຽດນາມ ໄດ້ຕີລາຄາສູງຕໍ່ໝາກຜົນທີ່ອາຊຽນ ບັນລຸໄດ້ຮັບໃນຫລາຍລາຍການ ແລະ ຂໍ້ລິເລີ່ມໃນຂົງເຂດການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ-ສັງຄົມ ແລະ ວັດທະນະທຳ. ສະຫາຍເຊື່ອໝັ້ນວ່າ ບັນດາປະເທດອາຊຽນ ຈະຮັກສາຄວາມສາມັກຄີ, ຊຸກຍູ້ການຮ່ວມມື, ເສີມສ້າງບົດບາດການເປັນສູນກາງ ແລະ ສ້າງປະຊາຄົມອາຊຽນຮອດ ປີ 2045 ໃຫ້ປະສົບຜົນສຳເລັດ.

ຫວຽດນາມຖືສຳຄັນໃນການພົວພັນກັບອາຊຽນ ແລະ ປະເທດສະມາຊິກອາຊຽນ, ຖືອາຊຽນ ເປັນຄອບຄົວໃຫຍ່ທີ່ໃກ້ຊິດ ແລະ ເປັນປະເທດໃກ້ເຮືອນຄຽງທີ່ສະໜິດສະໝົດ. ຫວຽດນາມມີຄວາມມຸ່ງຫວັງຢາກສືບຕໍ່ຊຸກຍູ້ສາຍພົວພັນລະຫວ່າງຫວຽດນາມກັບອາຊຽນ ແລະ ປະເທດສະມາຊິກອາຊຽນ ເຂົ້າສູ່ລວງເລິກ, ແທດເຖິງ, ໝັ້ນຄົງ, ໄວ້ເນື້ອເຊື່ອໃຈ ແລະ ຍືນຍົງຍາວນານ, ພ້ອມກັນສ້າງປະຊາຄົມອາຊຽນແຫ່ງຄວາມສາມັກຄີ ແລະ ເຂັ້ມແຂງ.
ຂ່າວ: ສະຖານທູດລາວທີ່ຮ່າໂນ້ຍ

