Homeຂ່າວຕ່າງປະເທດ6 ເດືອນຕົ້ນປີ ລາຍຮັບຈາກອຸດສາຫະກຳຊັອຟແວຂອງຈີນເພີ່ມຂຶ້ນ 9.5%

6 ເດືອນຕົ້ນປີ ລາຍຮັບຈາກອຸດສາຫະກຳຊັອຟແວຂອງຈີນເພີ່ມຂຶ້ນ 9.5%

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 4 ສິງຫາ ຜ່ານມາວ່າ: ໂຕເລກຫຼ້າສຸດທີ່ກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຈີນປະກາດສະແດງໃຫ້ເຫັນວ່າ, ໃນ 6 ເດືອນຕົ້ນປີນີ້ ອຸດສາຫະກຳບໍລິການຊັອຟແວ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຂອງຈີນໄດ້ດຳເນີນໄປດ້ວຍດີ, ລາຍຮັບຈາກອຸດສາຫະກຳຊັອຟແວໄດ້ເພີ່ມຂຶ້ນ 9.5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025.

ໂຕເລກສະແດງໃຫ້ເຫັນວ່າ: ໃນ 6 ເດືອນຕົ້ນປີນີ້, ລາຍຮັບຈາກອຸດສາຫະກຳຊັອຟແວຂອງຈີນບັນລຸເຖິງ 7,718 ຕື້ 200 ລ້ານຢວນ, ເພີ່ມຂຶ້ນ 9.5%, ຍອດມູນຄ່າກຳໄລຂອງອຸດສາຫະກຳຊັອຟແວໄດ້ເພີ່ມຂຶ້ນ 1%, ມູນຄ່າການສົ່ງອອກຂອງອຸດສາຫະກຳຊັອຟແວບັນລຸເຖິງ 33 ຕື້ 790 ລ້ານໂດລາ, ເພີ່ມຂຶ້ນ 11.4%.

ສະພາບການດຳເນີນງານໂດຍແບ່ງຕາມຂົງເຂດສະແດງໃຫ້ເຫັນວ່າ: ໃນ 6 ເດືອນຕົ້ນປີນີ້, ລາຍຮັບຈາກຜະລິດຕະພັນຊັອຟແວໄດ້ເພີ່ມຂຶ້ນ 6.9%, ກວມ 21.7% ຂອງລາຍຮັບທັງໝົດ. ລາຍຮັບຈາກຜະລິດຕະພັນຊັອຟແວອຸດສາຫະກຳເພີ່ມຂຶ້ນ 8.2%. ລາຍຮັບຈາກການບໍລິການດ້ານເຕັກໂນໂລຊີຂໍ້ມູນຂ່າວສານຍັງສືບຕໍ່ເພີ່ມຂຶ້ນໃນອັດຕາສອງໂຕເລກ. ໃນ 6 ເດືອນຕົ້ນປີນີ້, ລາຍຮັບຈາກການບໍລິການດ້ານເຕັກໂນໂລຊີຂໍ້ມູນຂ່າວສານກວມ 68.5% ຂອງລາຍຮັບທັງໝົດຂອງອຸດສາຫະກຳ. ໃນນັ້ນ, ການບໍລິການລະບົບຄລາວຄອມພິວທິງ ແລະ ຂໍ້ມູນໃຫຍ່ບັນລຸເຖິງ 887 ຕື້ 700 ລ້ານຢວນ, ເພີ່ມຂຶ້ນ 12.1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments