Homeຂ່າວຕ່າງປະເທດອາເມຣິກາ ຈະປິດສະຖານທູດ ແລະ ສະຖານກົງສູນ 5 ແຫ່ງຢູ່ຕ່າງປະເທດ

ອາເມຣິກາ ຈະປິດສະຖານທູດ ແລະ ສະຖານກົງສູນ 5 ແຫ່ງຢູ່ຕ່າງປະເທດ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 3 ສິງຫາ ຜ່ານມາ, ກະຊວງການຕ່າງປະເທດ ສະຫະລັດ ອາເມຣິກາ ໄດ້ແຈ້ງຕໍ່ສະພາ ກ່ຽວກັບແຜນການປິດສະຖານທູດ ແລະ ສະຖານກົງສູນ 5 ແຫ່ງຢູ່ຕ່າງປະເທດ ລວມມີ: ສະຖານທູດ ທີ່ ນະຄອນເຊນຈອຈ ໃນເກຣີນາດາ, ສະຖານກົງສູນ ທີ່ ນະຄອນນະໂກຢະ ປະເທດຍີ່ປຸ່ນ, ສະຖານກົງສູນ ທີ່ນະຄອນເມດານ ປະເທດອິນໂດເນເຊຍ, ສຳນັກງານສາຂາຂອງສະຖານທູດ ທີ່ ນະຄອນດູອາລາ ປະເທດກາເມີຣຸນ ແລະ ສະຖານກົງສູນ ທີ່ ນະຄອນວີນນີເປັກ ປະເທດການາດາ.

ຂ່າວລະບຸວ່າ: ແຜນການປິດສະຖານທູດ ແລະ ສະຖານກົງສູນຄັ້ງນີ້ ແມ່ນສ່ວນໜຶ່ງໃນວາລະການຫຼຸດຜ່ອນລະບົບການທູດ ແລະ ຊຸກຍູ້ໃຫ້ “ອາເມຣິກາຕ້ອງມາກ່ອນ” ຂອງລັດຖະບານທຣຳ. ກ່ອນໜ້ານີ້ ຫ້ອງການບໍລິຫານ ແລະ ງົບປະມານຂອງທຳນຽບຂາວ ເຄີຍສະເໜີໃຫ້ປິດສະຖານທູດ ແລະ ສະຖານກົງສູນເຖິງ 30 ແຫ່ງ. ໃນປີກາຍນີ້ ເຖິງວ່າກະຊວງການຕ່າງປະເທດ ສະຫະລັດ ອາເມຣິກາ ໄດ້ຫຼຸດຜ່ອນກົງຈັກ ແລະ ພະນັກງານຢ່າງຫຼວງຫຼາຍກໍຕາມ, ແຕ່ກໍບໍ່ໄດ້ປິດສະຖານທູດ ຫຼື ສະຖານກົງສູນໃດໃນຕ່າງປະເທດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments