ຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ ແຈ້ງມາຍັງຫ້ອງການບັນດາກະຊວງ,ອົງການທຽບເທົ່າ, ສະພາແຫ່ງຊາດ, ອົງການປົກຄອງທ້ອງຖິ່ນ, ຜູ້ປະກອບການ, ທະຫານ, ຕຳຫລວດ ແລະ ປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວປະເທດ ກ່ຽວກັບໄດ້ຢຸດເຊົາການອອກປຶ້ມສຳມະໂນຄົວ ໃຫ້ພົນລະເມືອງລາວແບບເກົ່າ ຫັນມາຈົດທະບຽນສໍາມະໂນຄົວແບບເອເລັກໂຕຣນິກແບບທັນສະໄໝ ແລະ ຫັນມານຳໃຊ້ໜັງສືຢັ້ງຢືນຂໍ້ມູນສໍາມະໂນຄົວ(ແບບຟອມ ສຄ 07) ຕາມລະບຽບຫລັກການຂອງກະຊວງປ້ອງກັນຄວາມສະຫງົບແທນປື້ມສໍາມະໂນຄົວແບບເກົ່າ.

ສໍາລັບບຸກຄົນ ແລະ ຄອບຄົວທີ່ມີປຶ້ມສໍາມະໂນຄົວອອກໃຫ້ໃນໄລຍະຜ່ານມາ ກໍຍັງສາມາດນຳໃຊ້ໄດ້ຈົນກວ່າຈະມີແຈ້ງການລົບລ້າງ, ສ່ວນບຸກຄົນ ແລະ ຄອບຄົວ ທີ່ມີຂໍ້ມູນສໍາມະໂນຄົວຢູ່ໃນລະບົບເອເລັກໂຕຣນິກແລ້ວ ແມ່ນໃຫ້ນຳໃຊ້ໜັງສືຢັ້ງຢືນຂໍ້ມູນສຳມະໂນຄົວ ແທນປຶ້ມສຳມະໂນຄົວແບບເກົ່າ; ສຳລັບພົນລະເມືອງຜູ້ທີ່ມີບັດປະຈໍາຕົວດີຈິຕອນ ແລ້ວ ສາມາດນໍາໃຊ້ບັດປະຈໍາຕົວດີຈິຕອນ ເປັນການຢັ້ງຢືນຕົວຕົນຂອງພົນລະເມືອງ ເພື່ອປະກອບທຸລະກຳຕ່າງໆໄດ້ເຊັ່ນດຽວກັນ; ພາກ ສ່ວນທີ່ສາມາດອອກໜັງສືຢັ້ງຢືນຂໍ້ມູນສຳມະໂນຄົວ (ແບບຟອມ ສຄ07) ມີ 3 ພາກສ່ວນຄື: ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ; ກອງບັນຊາການ ປກສ ນະຄອນຫລວງວຽງຈັນ, ປກສ ແຂວງ; ບັນດາກອງບັນຊາການ ປກສ ເມືອງ-ປກສ ນະຄອນ ໃນຂອບເຂດທົ່ວປະເທດ. ບັນດາກະຊວງ, ອົງການທຽບເທົ່າ, ອົງການປົກຄອງທ້ອງຖິ່ນທຸກຂັ້ນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງຈົ່ງຮັບຮູ້, ອໍານວຍຄວາມສະດວກໃນການປະກອບເອກະສານເຮັດທຸລະກຳຕ່າງໆ.

