Homeຂ່າວພາຍໃນບາງທັດສະນະຂອງມວນຊົນ ຕໍ່ສື່ມວນຊົນລາວ ທີ່ເປັນກະບອກສຽງອັນສຳຄັນ ຂອງພັກ-ລັດ ແລະ ປະຊາຊົນ

ບາງທັດສະນະຂອງມວນຊົນ ຕໍ່ສື່ມວນຊົນລາວ ທີ່ເປັນກະບອກສຽງອັນສຳຄັນ ຂອງພັກ-ລັດ ແລະ ປະຊາຊົນ

ສື່ມວນຊົນລາວ ມີບົດບາດສຳຄັນໃນການເປັນກະບອກສຽງຂອງພັກ, ລັດ ແລະ ປະຊາຊົນ ເຮັດໜ້າທີ່ໂຄສະນາ, ເຜີຍແຜ່ ແລະ ສົ່ງຕໍ່ຂໍ້ມູນຂ່າວສານຕ່າງໆ ທີ່ຖືກຕ້ອງ, ວ່ອງໄວ ແລະ ເປັນປະໂຫຍດອອກສູ່ສັງຄົມ. ພ້ອມກັນນັ້ນ, ຍັງເປັນສື່ກາງໃນການສະທ້ອນສຽງ, ຄວາມຄິດເຫັນ ແລະ ຄວາມປາຖະໜາຂອງປະຊາຊົນ ໄປສູ່ພາກສ່ວນທີ່ກ່ຽວຂ້ອງ ເພື່ອນຳໄປສູ່ການປັບປຸງແກ້ໄຂ ໃຫ້ເປັນຮູບປະທຳ.

ທ່ານ ນາງ ສຸດາພອນ ຄຳພູວົງ ເຈົ້າຂອງຮ້ານຕັດຍິບ ບ້ານໜອງດ້ວງເໜືອ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານປະເທດລາວ ໃນວັນທີ 5 ສິງຫາ 2026 ໃນໂອກາດວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 76 ປີ ທີ່ຈະມາເຖິງໃນມໍ່ໆມານີ້ ວ່າ: ສື່ມວນຊົນລາວ ມີຄວາມສຳຄັນຢ່າງຍິ່ງໃນການນຳສະເໜີ ແລະ ເຜີຍແຜ່ຂໍ້ມູນຂ່າວສານຕ່າງໆ ໃຫ້ປະຊາຊົນໄດ້ຮັບຮູ້ຢ່າງທັນການ, ຜ່ານສື່ຕ່າງໆທັງສື່ເອເລັກໂຕນິກ ແລະ ສື່ສິ່ງພິມ, ສື່ອອນລາຍ ປະຊາ ຊົນສາມາດເຂົ້າໃຈບັນດານະໂຍບາຍ, ກົດໝາຍ, ແຜນງານ ແລະ ຜົນສຳເລັດຕ່າງໆ ຂອງພັກ ແລະ ລັດ ໄດ້ດີຂຶ້ນ, ພ້ອມທັງເຮັດໃຫ້ປະຊາຊົນ ໄດ້ຮັບຮູ້ ແລະ ເຂົ້າໃຈ ເຫດການຕ່າງໆ ທີ່ເກີດຂຶ້ນໃນສັງຄົມ ຢ່າງວ່ອງໄວ. ນອກຈາກນັ້ນ, ສື່ມວນຊົນຍັງຊ່ວຍສ້າງຄວາມຮູ້, ຍົກສູງຈິດສຳນຶກ ແລະ ສົ່ງເສີມໃຫ້ປະຊາ ຊົນ ມີສ່ວນຮ່ວມໃນການພັດທະນາປະເທດຊາດ ຕື່ມອີກ.

ພ້ອມກັນນີ້, ທ່ານ ນາງ ດາລາວັນ ນວນທະລາສີ ປະຊາຊົນບ້ານໜອງທາເໜືອ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ກໍໄດ້ໃຫ້ສຳພາດວ່າ: ສື່ມວນຊົນລາວ ມີບົດບາດສຳຄັນ ໃນການນຳສະເໜີຂ່າວສານທີ່ຖືກຕ້ອງ, ໜ້າເຊື່ອຖື ແລະ ມີແຫລ່ງອ້າງອີງທີ່ຊັດເຈນ. ຜ່ານການຕິດຕາມຂ່າວສານຕ່າງໆ ເຫັນໄດ້ວ່າ ສື່ມວນຊົນລາວ ທັງເພດຍິງ ແລະ ຊາຍ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວ ທັງປະລິມານ ແລະ ຄຸນນະພາບ ໄດ້ນຳໃຊ້ເຕັກນິກ-ເຄື່ອງມືທີ່ທັນສະໄໝ ເຂົ້າໃນວຽກງານວິຊາສະເພາະ, ເປັນຜູ້ສ່ອງແສງທຸກການເຄື່ອນໄຫວຂອງສັງຄົມ, ທັງເປັນຜູ້ຊີ້ແຈງ ແລະ ສ້າງຄວາມເຂົ້າໃຈໃນບັນຫາຕ່າງໆ ທີ່ເກີດຂຶ້ນຢ່າງຖືກຕ້ອງ, ວ່ອງໄວ ແລະ ທັນການ ໃຫ້ປະຊາຊົນ ໄດ້ຮັບຮູ້ຢ່າງທົ່ວເຖິງ.

ບັນດາທັດສະນະດັ່ງກ່າວ, ສະທ້ອນໃຫ້ເຫັນວ່າ ສື່ມວນຊົນລາວ ບໍ່ພຽງແຕ່ເຮັດໜ້າທີ່ນໍາສະເໜີຂ່າວສານເທົ່ານັ້ນ, ແຕ່ຍັງເປັນຂົວຕໍ່ລະຫວ່າງ ພັກ, ລັດ ແລະ ປະຊາຊົນ ພ້ອມທັງມີສ່ວນສຳຄັນໃນການສ້າງຄວາມເຂົ້າໃຈ, ຮັກສາຄວາມສາມັກຄີ ແລະ ສົ່ງເສີມພະລັງແຮງຂອງສັງຄົມ ເພື່ອຮ່ວມກັນພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າ. ຢ່າງໃດກໍຕາມ ສື່ມວນຊົນລາວ ໃນຍຸກປັດຈຸບັນ ກໍຄື ຍຸກແຫ່ງການເຕີບໃຫຍ່ຂະຫຍາຍຕົວທາງດ້ານດີຈິຕອນ ຕ້ອງໄດ້ປັບປຸງ ແລະ ພັດທະນາຕົນເອງ ໃຫ້ມີຄວາມຮູ້, ຄວາມສາມາດ ທັນຕາມຍຸກຕາມສະໄໝ, ໃຫ້ສາມາດວິເຄາະ, ວິໄຈ, ວິຈານ ບັນຫາຕ່າງໆທີ່ເກີດຂຶ້ນ ໃຫ້ສັງຄົມໄດ້ຮັບຮູ້, ເຂົ້າໃຈ ຢ່າງທົ່ວເຖິງ ແລະ ທັນການ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments