Homeຂ່າວຕ່າງປະເທດແຟງລັງ ເກັບກູ້ນ້ຳມັນ 60.000 ລິດ ຈາກຊາກເຮືອບິນ ສົງຄາມໂລກຄັ້ງທີ 2

ແຟງລັງ ເກັບກູ້ນ້ຳມັນ 60.000 ລິດ ຈາກຊາກເຮືອບິນ ສົງຄາມໂລກຄັ້ງທີ 2

ສຳນັກຂ່າວຊິນຮວາ ຂອງ ສປຈີນ ລາຍງານວ່າ: ເມື່ອບໍ່ດົນມານີ້, ກະຊວງສະພາບພູມອາກາດ ແລະ ສິ່ງແວດລ້ອມ ຂອງແຟງລັງ ໄດ້ລາຍງານຜົນການເກັບກູ້ນ້ຳມັນເຊື້ອໄຟ ປະມານ 60.000 ລິດ ອອກຈາກຊາກເຮືອຮົບປ້ອງກັນ ຊາຍຝັ່ງ ອິລມາຣິເນນ (Ilmarinen) ເຊິ່ງຈົມ ຢູ່ໃຕ້ນໍ້າ ມາຕັ້ງແຕ່ສະໄໝ ສົງຄາມໂລກ ຄັ້ງທີສອງ.

ການປະຕິບັດການ ໃນລະຫວ່າງ ວັນທີ 14-24 ກໍລະກົດ ທີ່ນຳໂດຍ ສະຖາບັນ ສິ່ງແວດລ້ອມ ແລະ ກອງທັບເຮືອແຟງລັງ ພ້ອມທັງ ໄດ້ຮັບການ ສະໜັບສະໜູນ ຈາກໜ່ວຍພິທັກຊາຍຝັ່ງ ແຟງລັງ ແລະ ສູນການແພດ ໃຕ້ນ້ຳ ຂອງກອງທັບ ແຟງລັງ ສົ່ງຜົນໃຫ້ ສາມາດສູບນ້ຳມັນ ອອກຈາກ ຖັງເຊື້ອໄຟ ຂອງເຮືອ ໄດ້ປະມານ 60.000 ລິດ ແຕ່ວ່າກໍຍັງມີນ້ຳມັນເຫລືອ ຕິດຄ້າງຢູ່ ພາຍໃນຊາກເຮືອ ອີກປະມານ 40.000 ລິດ . ໂດຍຄາດວ່າ ການປະຕິບັດການ ດັ່ງກ່າວ ຈະດຳເນີນຕໍ່ໄປ ຈົນເຖິງປີ 2027.

ທັງນີ້, ເຮືອຮົບ ປ້ອງກັນ ຊາຍຝັ່ງ ອິລມາຣິເນນ ໄດ້ຈົມລົງ ໃຕ້ພື້ນນໍ້າ ໃນເດືອນກັນຍາ 1941 ຫລັງຈາກຕຳຖືກທຸ່ນລະເບີດ ໃນພື້ນທີ່ພາກເໜືອ ຂອງທະເລບອລຕິກ ແລະ ຖືເປັນໜຶ່ງໃນຊາກເຮືອ ທີ່ ສ້າງຄວາມສ່ຽງ ຕໍ່ແວດລ້ອມໃນທະເລບອລຕິກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments