ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ທ່ານ ມິຄາອິລ ມິຊູສຕິນ ນາຍົກລັດຖະມົນຕີຣັດເຊຍ ກ່າວໃນກອງປະຊຸມລັດຖະບານ ວ່າດ້ວຍການຜະລິດເຮືອບິນວ່າ: ຣັດເຊຍ ຈະຈັດສັນງົບປະມານເພື່ອດຳເນີນໂຄງການພັດທະນາອຸດສາຫະກຳການບິນ ຂອງປະເທດ ຢ່າງຮອບດ້ານຫລາຍກວ່າ 250 ຕື້ຣູເບິນ ໃນປີ 2026, ເຊິ່ງສ່ວນໃຫຍ່ຈະນຳໄປໃຊ້ເພື່ອເພີ່ມການຊຳລະເງິນລ່ວງໜ້າ, ຮັບຮອງການສົ່ງມອບ ເຮືອບິນກວ່າ 70 ລຳ ແລະ ສົ່ງເສີມໃຫ້ຜູ້ຜະລິດຫລັກ ແລະ ບໍລິສັດພັນທະມິດກະກຽມຄວາມພ້ອມດ້ານການຜະລິດໃຫ້ສຳເລັດ.
ໃນຂະນະທີ່ລັດຖະບານ ຈະໃຫ້ເງິນສະໜັບສະໜູນການສົ່ງມອບເຮລິກົບແຕ້ລຸ້ນເອັມໄອ-8 ເອັມທີວີ-1 (Mi-8MTV-1) ກວ່າ 70 ລຳ ໃຫ້ແກ່ສາຍການບິນລະດັບພາກ. ລັດຖະບານ ຍັງຢູ່ໃນລະຫວ່າງ ກະກຽມໂຄງການລົງທຶນເພື່ອສະໜັບສະໜູນງົບປະມານ ໃນການສົ່ງມອບເຮືອບິນລະດັບພາກພື້ນທີ່ໃຊ້ເຄື່ອງຈັກໃບພັດແບບເທີໂບພຣອບ ລຸ້ນໄອແອວ-114-300 (Il-114-300) ສຳລັບໃຫ້ບໍລິການໃນເຂດສະຫະພັນຕາເວັນອອກໄກ ຂອງຣັດເຊຍ ລວມທັງເຄື່ອງບິນລຸ້ນແອວເອັມເອສ-901 ໄບຄານ (LMS-901 Baikal).
ນອກຈາກນີ້ຍັງໄດ້ເນັ້ນໜັກເຖິງຄວາມສຳຄັນ ຂອງການຮັກສາສັກກະຍະພາບການຜະລິດເຮືອບິນ ໃນການດຳເນີນການຕາມແຜນຄຳສັ່ງຊື້ ຈົນເຖິງ ປີ 2035 ພ້ອມລະບຸວ່າລັດຖະບານຣັດເຊຍ ຈະເປີດຕົວໂຄງການສິນເຊື່ອເງື່ອນໄຂຫລຸດຜ່ອນ ສຳລັບສາຍການບິນທີ່ເຊົ່າຊື້ເຮືອບິນ ທີ່ຜະລິດໂດຣັດເຊຍ ເພື່ອສະໜັບສະໜູນການຈັດຊື້ເຮືອບິນທີ່ຜະລິດພາຍໃນປະເທດ, ຫລຸດພາລະທາງການເງິນ ຂອງສາຍການບິນ ແລະ ຊ່ວຍຮັກສາຄວາມຕໍ່ເນື່ອງຂອງສາຍການຜະລິດ.

