Homeຂ່າວຕ່າງປະເທດກຸ່ມໂອເປກພລັສ ເພີ່ມການຜະລິດນ້ຳມັນ 1,88 ແສນຖັງຕໍ່ວັນ

ກຸ່ມໂອເປກພລັສ ເພີ່ມການຜະລິດນ້ຳມັນ 1,88 ແສນຖັງຕໍ່ວັນ

ສຳນັກຂ່າວຊິນຮວາຂອງ ສປຈີນ ເມື່ອບໍ່ດົນມານີ້ 7 ປະເທດໃນກຸ່ມໂອເປກພລັສ (OPEC+) ຫລື ກຸ່ມພັນທະມິດປະເທດຜູ້ສົ່ງອອກນ້ຳມັນ (ອາຣັບບີ ຊາອຸດິດ, ຣັດເຊຍ, ອີຣັກ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມານ) ໄດ້ຕົກລົງເພີ່ມການຜະລິດນ້ຳມັນ ໃນເດືອນກັນຍາ ຂຶ້ນອີກ 1,88 ແສນຖັງຕໍ່ວັນ ຫລັງຈາກ ທີ່ໄດ້ຈັດການປະຊຸມຮ່ວມກັນ ເພື່ອທົບທວນ ສະຖານະການ ແລະ ທ່າອ່ຽງ ຂອງຕະຫລາດໂລກ.

ທັງ 7 ປະເທດ ໄດ້ຕັດສິນໃຈ ເພີ່ມການຜະລິດ ເພື່ອຮ່ວມ ສະໜັບສະໜູນ ສະຖຽນລະພາບ ຂອງ ຕະຫລາດນ້ຳມັນ ພາຍຫລັງ ທີ່ເຄີຍປັບຫລຸດ ການຜະລິດນ້ຳມັນ ໂດຍສະໝັກໃຈ ຄັ້ງທຳອິດ 1,65 ລ້ານຖັງ ຕໍ່ວັນ ໃນເດືອນເມສາ 2023 ແລະ ໄດ້ຂະຫຍາຍ ໄລຍະເວລາ ການປັບຫລຸດ ດັ່ງກ່າວ ຈົນເຖິງ ທ້າຍປີ 2026 ໂດຍມະຕິ ໃນວັນທີ 2 ສິງຫາ ນັບເປັນ ເດືອນທີ 6 ຕິດຕໍ່ກັນ ທີ່ ກຸ່ມໂອເປກພລັສ ໄດ້ເພີ່ມການຜະລິດນໍ້າມັນ .

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments