Homeສຶກສາອາລິດດາ ຈັນທະວົງ ນັກຮຽນເກັ່ງ ມສ ສິນໄຊ ແບ່ງປັນເຄັດລັບຍາດໄດ້ໃບປະກາດແດງ ດ້ວຍຄະຕິ "ພອນສະຫວັນ ບໍ່ສູ້ ພອນສະແຫວງ"

ອາລິດດາ ຈັນທະວົງ ນັກຮຽນເກັ່ງ ມສ ສິນໄຊ ແບ່ງປັນເຄັດລັບຍາດໄດ້ໃບປະກາດແດງ ດ້ວຍຄະຕິ “ພອນສະຫວັນ ບໍ່ສູ້ ພອນສະແຫວງ”

ເປີດໃຈ ນ້ອງ ອາລິດດາ ຈັນທະວົງ ນັກຮຽນຊັ້ນ ມ7/1 ຈາກໂຮງຮຽນປະຖົມ-ມັດທະຍົມສົມບູນສິນໄຊ ຜູ້ທີ່ສາມາດຍາດໄດ້ “ໃບປະກາດແດງ” ມາຄອບຄອງໄດ້ສຳເລັດ ພ້ອມທັງແບ່ງປັນມຸມມອງ ແລະ ເຄັດລັບການຮຽນ ເພື່ອເປັນແຮງບັນດານໃຈໃຫ້ກັບເພື່ອນໆ ນັກຮຽນ.

ນ້ອງ ອາລິດດາ ຈັນທະວົງ ໄດ້ເປີດເຜີຍຄວາມຮູ້ສຶກວ່າ: ມີຄວາມດີໃຈ ແລະ ພູມໃຈໃນໂຕເອງເປັນຢ່າງຍິ່ງ ເພາະໃບປະກາດແດງຖືເປັນສິ່ງທີ່ທ້າທາຍ ແລະ ຍາກຫຼາຍ ສິ່ງສຳຄັນໃນການຮຽນຊັ້ນ ມ7 ຄືການປະເຊີນກັບຄວາມທ້າທາຍ ທັງການຮຽນຫຼາຍວິຊາ ແລະ ການເຮັດກິດຈະກຳຄວບຄູ່ກັນໄປ ເຊິ່ງຕ້ອງອາໄສຄວາມເຂົ້າໃຈໃນແຕ່ລະວິຊາຢ່າງຖ່ອງແທ້.

ເຄັດລັບສູ່ຄວາມສໍາເລັດ ແລະ ການແບ່ງເວລາ: ການຮຽນໃນຫ້ອງ ຕັ້ງໃຈຟັງອາຈານອະທິບາຍເປັນຫຼັກ ຖ້າບໍ່ເຂົ້າໃຈແມ່ນໃຫ້ກ້າເຂົ້າໄປຖາມ.

ທັດສະນະຄະຕິ: ຖືຄະຕິ “ບໍ່ມັກສິ່ງໃດ ໃຫ້ເຮັດສິ່ງນັ້ນດຸໆ” ເພາະເມື່ອເຮັດໄປເລື້ອຍໆ ມັນຈະເລີ່ມງ່າຍຂຶ້ນ.

ການແບ່ງເວລາ: ຢູ່ໂຮງຮຽນແມ່ນຮຽນໃຫ້ເຕັມທີ ເມື່ອກັບຮອດບ້ານກໍສາມາດຜ່ອນຄາຍໄດ້ ແຕ່ຕ້ອງແບ່ງເວລາຢ່າງໜ້ອຍ 1-2 ຊົ່ວໂມງ ເພື່ອທົບທວນບົດຮຽນ ນອກຈາກນີ້ ຍັງສາມາດນຳໃຊ້ເຕັກໂນໂລຊີYouTube ແລະ AI ເຂົ້າມາຊ່ວຍໃນການຄົ້ນຫາຂໍ້ມູນ ແລະ ຮຽນຮູ້ໄດ້.

ເປົ້າໝາຍໃນອະນາຄົດ: ຫຼັງຈາກຈົບຊັ້ນ ມ7 ນ້ອງ ອາລິດດາ ມີເປົ້າໝາຍທີ່ຈະສອບເສັງເຂົ້າຮຽນຕໍ່ຢູ່ ມະຫາວິທະຍາໄລແຫ່ງຊາດ ໃນຄະນະການພົວພັນສາກົນ ຍ້ອນເປັນຄົນມັກການສື່ສານ ແລະ ມັກການເວົ້າ ໂດຍມີຄວາມຝັນຢາກເຮັດວຽກຮ່ວມກັບອົງກອນຕ່າງໆ ເພື່ອສ້າງຜົນປະໂຫຍດໃຫ້ກັບສັງຄົມ. ໃນຕອນທ້າຍ ນ້ອງໄດ້ສະແດງຄວາມຂອບໃຈຢ່າງສຸດຊຶ້ງເຖິງ ຄອບຄົວ ທີ່ຄອຍສະໜັບສະໜູນໃນທຸກໆດ້ານ ຄູ-ອາຈານ ທີ່ມີຄວາມອົດທົນ ແລະ ໃຈເຢັນໃນການສິດສອນ ພ້ອມທັງ ໝູ່ເພື່ອນ ທີ່ຄອຍຊ່ວຍເຫຼືອ ແລະ ທົບທວນບົດຮຽນຮ່ວມກັນມາໂດຍຕະຫຼອດ ພ້ອມທັງໄດ້ຝາກຂໍ້ຄິດເຖິງທຸກຄົນວ່າ: “ພອນສະຫວັນ ບໍ່ສູ້ ພອນສະແຫວງ ຖ້າເຮົາມີຄວາມພະຍາຍາມ ແລະ ເຊື່ອໝັ້ນໃນໂຕເອງ ເຮົາກໍສາມາດເຮັດໄດ້ຢ່າງແນ່ນອນ.”

# ໂຮງຮຽນ ສິນໄຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments