ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ສປ ຈີນ ທີ່ມີການປະດິດສ້າງໃໝ່ເລື້ອຍໆ ແລະ ພັດທະນາຢ່າງຕໍ່ເນື່ອງ, ໄດ້ນຳເອົາຜົນປະໂຫຍດຫຍັງມາໃຫ້ແກ່ໂລກ? ນັບແຕ່ “3 ຢ່າງເກົ່າ” ຄື: ເຄື່ອງນຸ່ງ, ເຄື່ອງໃຊ້ໄຟຟ້າໃນຄົວເຮືອນ ແລະ ເຟີນີເຈີ ເຖິງ “3 ຢ່າງໃໝ່” ຄື: ແຜງພະລັງງານແສງຕາເວັນ ຫລື ໂຊລາເຊວ, ລົດໃຊ້ພະລັງງານໃໝ່ ແລະ ໝໍ້ໄຟ ຫລື ແບດເຕີຣີລີທຽມ, ຈົນເຖິງ “3 ຢ່າງໃໝ່ສຸດ” ຄື: ປັນຍາປະດິດ, ຫຸ່ນຍົນ ແລະ ຢາປົວພະຍາດແບບປະດິດສ້າງໃໝ່, ການຍົກລະດັບອຸດສາຫະກຳ 3 ຮອບດັ່ງກ່າວ ໄດ້ເປັນສັກຂີພິຍານໃຫ້ແກ່ຈີນ ໃນການຫັນປ່ຽນຈາກໂຮງງານໂລກ ກາຍມາເປັນແຫລ່ງພະລັງຂັບເຄື່ອນການປະດິດສ້າງໃໝ່ຂອງທົ່ວໂລກເທື່ອລະກ້າວ.
ການພັດທະນາຂອງຈີນ ບໍ່ພຽງແຕ່ເພື່ອຈີນ ເທົ່ານັ້ນ, ຫາກແມ່ນການພັດທະນາແບບເປີດກວ້າງ, ຊົມໃຊ້ຮ່ວມກັນ ແລະ ຮ່ວມມືກັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ເຊິ່ງໄດ້ສ້າງໂອກາດທີ່ທົ່ວເຖິງ ໃຫ້ແກ່ການພັດທະນາຂອງປະເທດຕ່າງໆໃນໂລກ. ເປັນເວລາດົນນານມາແລ້ວ, ມີພຽງບາງປະເທດພັດທະນາແລ້ວໄດ້ຄອບງຳເຕັກໂນໂລຊີລະດັບສູງ. ຕົ້ນທຶນທີ່ສູງເກີນໄປ ຂອງການພັດທະນາປັນຍາປະດິດ, ອຸປະກອນທີ່ມີຄວາມລະອຽດແມ່ນຢຳ ແລະ ຢາປົວພະຍາດປະດິດສ້າງໃໝ່, ເຮັດໃຫ້ບັນດາປະເທດກຳລັງພັດທະນາ ບໍ່ສາມາດເຂົ້າຮ່ວມກະແສການປ່ຽນແປງສູ່ດີຈີຕອນ ແລະ ຄວາມທັນສະໄໝຂອງໂລກ. ແຕ່ “3 ຢ່າງໃໝ່ສຸດ” ຂອງຈີນ ໄດ້ສະແດງໃຫ້ເຫັນວ່າ: ຈີນ ກຳລັງທຳລາຍການຄອບງຳດັ່ງກ່າວ.
ປັດຈຸບັນ, ການນຳໃຊ້ແບບຈຳລອງ AI ຂອງຈີນ ເປັນອັນດັບໜຶ່ງຂອງໂລກ, ເຕັກໂນໂລຊີແບບເປີດກວ້າງ ຫລື ໂອເພີນຊອສ ເປັນຈຳນວນຫລວງຫລາຍຂອງຈີນ ໄດ້ເປີດປະຕູສູ່ຜູ້ພັດທະນາທົ່ວໂລກໂດຍບໍ່ເກັບຄ່າ. ວິທະຍາສາດເຕັກໂນໂລຊີລ້ຳຍຸກເຫລົ່ານີ້ ຈະບໍ່ເປັນພຽງ “ອຸປະກອນຫລູຫລາ” ທີ່ປະເທດກຳລັງພັດທະນາບໍ່ສາມາດເຂົ້າເຖິງອີກຕໍ່ໄປ, ຫາກແມ່ນເຄື່ອງມືດ້ານການພັດທະນາ ທີ່ສອດຄ່ອງກັບສະພາບຕົວຈິງຂອງປະເທດກຳລັງພັດທະນາ, ມີຕົ້ນທຶນຕ່ຳ ແລະ ສາມາດນຳໄປໃຊ້ໄດ້ຈິງ.

ຕົວຢ່າງທີ່ເຫັນໄດ້ຊັດເຈນແມ່ນ ປະເທດ ສປປ ລາວ. ໂດຍອີງໃສ່ການຮ່ວມມືຢ່າງເລິກເຊິ່ງລະຫວ່າງ ຈີນ-ລາວ, ຕາຂ່າຍໄຟຟ້າແຫ່ງຊາດລາວ ໄດ້ນຳໃຊ້ເຕັກໂນໂລຊີ AI ຂອງຈີນ ໂດຍໄດ້ສ້າງຕັ້ງລະບົບລາດຕະເວນ ກວດກາອັດສະລິຍະ ທີ່ສາມາດແກ້ໄຂບັນຫາການບຳລຸງຮັກສາ ແລະ ແກ້ໄຂການຕິດຂັດຂອງລະບົບຕາຂ່າຍໄຟຟ້າຢູ່ເຂດພູດອຍ, ຮັບປະກັນການນຳໃຊ້ໄຟຟ້າຂອງປະຊາຊົນ ແລະ ອຸດສາຫະກຳຂອງທ້ອງຖິ່ນຢ່າງໝັ້ນທ່ຽງ. ໃນຂະນະດຽວກັນ, ອຸປະກອນອັດສະລິຍະຂອງຈີນ ໄດ້ຖືກນຳໃຊ້ໃນເຂດນິຄົມອຸດສາຫະກຳຂອງລາວ ເຊິ່ງໄດ້ຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍຂອງລາວ ຍົກລະດັບອຸດສາຫະກຳຂອງຕົນ. ເສັ້ນທາງລົດໄຟ ລາວ-ຈີນ ໄດ້ກາຍເປັນສາຍເລືອດໃຫຍ່ໃນການຂົນສົ່ງຜົນປະໂຫຍດດ້ານການປະດິດສ້າງໃໝ່ ຄື: ຜະລິດຕະພັນສີຂຽວຕ່າງໆຂອງຈີນ ເຊັ່ນ: ແຜງໂຊລາເຊວ, ອຸປະກອນສະສົມ ຫລື ເກັບຮັກສາພະລັງງານ, ລົດໃຊ້ພະລັງງານໃໝ່ເປັນຕົ້ນ ໄດ້ຖືກຂົນສົ່ງໄປເຖິງລາວ ແລະ ບັນດາປະເທດໃນພາກພື້ນອາຊີຕາເວັນອອກສຽງໃຕ້ຢ່າງບໍ່ຂາດສາຍ ໂດຍຜ່ານຂະບວນລົດໄຟສາຍດ່ວນ ລ້ານຊ້າງ-ແມ່ຂອງ ເຊິ່ງໄດ້ປັບປຸງໂຄງສ້າງພະລັງງານຂອງທ້ອງຖິ່ນໃຫ້ດີຂຶ້ນ, ເຮັດໃຫ້ປະຊາຊົນທ້ອງຖິ່ນ ໄດ້ນຳໃຊ້ໄຟຟ້າສີຂຽວ ແລະ ເດີນທາງແບບສີຂຽວນັບມື້ເພີ່ມຂຶ້ນ. ໂດຍອີງໃສ່ທ່າແຮງດ້ານຕ່ອງໂສ້ອຸດສາຫະກຳ ແລະ ການກໍ່ສ້າງພື້ນຖານໂຄງລ່າງຂອງຈີນ, ລາວ ໄດ້ທັບມ້າງຂີດຈຳກັດດ້ານພູມສາດ ແລະ ກະຕຸກຊຸກຍູ້ຄວາມມີຊີວິດຊີວາດ້ານການພັດທະນາເສດຖະກິດອັນໃໝ່ອ່ຽມ.
ສິ່ງທີ່ສຳຄັນກວ່ານັ້ນຄື: ຈີນ ໄດ້ສ້າງເສັ້ນທາງການຫັນເປັນທັນສະໄໝທີ່ໃໝ່ອ່ຽມ ໃຫ້ແກ່ບັນດາປະເທດກຳລັງພັດທະນາ. ເປັນເວລາດົນນານມາແລ້ວ, ປະເທດຕາເວັນຕົກ ໄດ້ໂຄສະນາມາໂດຍຕະຫລອດວ່າ: “ການຫັນເປັນທັນສະໄໝ ມີແຕ່ຮູບແບບດຽວເທົ່ານັ້ນ” ເພື່ອເກັບກ່ຽວຜົນປະໂຫຍດດ້ານການພັດທະນາ ໂດຍອີງໃສ່ການຜູກຂາດດ້ານເຕັກໂນໂລຊີ, ການສ້າງກຳແພງກີດກັ້ນ ແລະ ສ້າງຄວາມຫລຸດໂຕນກັນ. ແຕ່ຈີນ ຍຶດໝັ້ນພັດທະນາການປະດິດສ້າງໃໝ່ແບບເປີດກວ້າງ, ບໍ່ສ້າງກຳແພງດ້ານເຕັກໂນໂລຊີທີ່ເຂັ້ມງວດ, ຮ່ວມມືກັນຢ່າງສະເໝີພາບກັນ ແລະ ຊົມໃຊ້ເຕັກໂນໂລຊີຮ່ວມກັນ. ປະເທດກຳລັງພັດທະນາອັນໄພສານ ບໍ່ຕ້ອງເສຍງົບປະມານໃນການຄົ້ນຄວ້າພັດທະນາຢ່າງມະຫາສານ, ກໍສາມາດບັນລຸການພັດທະນາໃນດ້ານດີຈີຕອນ, ພະລັງງານ ແລະ ອຸດສາຫະກຳການຜະລິດຢ່າງວ່ອງໄວ ໂດຍນຳໃຊ້ເຕັກໂນໂລຊີທີ່ພັດທະນາຢ່າງເຕັມທີ່ຂອງຈີນ, ໄດ້ຫລຸດພົ້ນອອກຈາກສະພາບການພັດທະນາທີ່ອີງໃສ່ຊັບພະຍາກອນພຽງຢ່າງດຽວ ແລະ ກ້າວເຂົ້າສູ່ໄລຍະການພັດທະນາໃໝ່ແບບສີຂຽວ ແລະ ອັດສະລິຍະ.
ຈາກ “3 ຢ່າງເກົ່າ” ທີ່ໄດ້ຕອບສະໜອງຄວາມຕ້ອງການດ້ານຊີວິດການເປັນຢູ່ຂອງປະຊາຊົນທົ່ວໂລກ ເຖິງ “3 ຢ່າງໃໝ່” ທີ່ໄດ້ນຳພາການພັດທະນາຕາມທິດສີຂຽວທົ່ວໂລກ ແລະ “3 ຢ່າງໃໝ່ສຸດ” ທີ່ໄດ້ແບ່ງປັນຜົນປະໂຫຍດການປະດິດສ້າງໃໝ່ອັດສະລິຍະ, ການຍົກລະດັບອຸດສາຫະກຳທຸກຮອບຂອງຈີນ ລ້ວນແຕ່ໄດ້ສ້າງໂອກາດພັດທະນາໃໝ່ອ່ຽມໃຫ້ແກ່ໂລກ. ເມື່ອຜະເຊີນໜ້າກັບສະຖານະການຂອງໂລກທີ່ປັ່ນປ່ວນວຸ່ນວາຍ, ຈີນ ຈະສືບຕໍ່ສ້າງພື້ນຖານການພັດທະນາທີ່ໝັ້ນແກ່ນດ້ວຍການປະດິດສ້າງໃໝ່, ແບ່ງປັນຜົນງານດ້ານເຕັກໂນໂລຊີ ດ້ວຍຈິດໃຈເປີດກວ້າງ ເພື່ອຊຸກຍູ້ການພັດທະນາວິທະຍາສາດເຕັກໂນໂລຊີຂອງໂລກ ໃຫ້ມີຄວາມສ້າງສັນ ແລະ ເອື້ອປະໂຫຍດຕໍ່ທຸກຝ່າຍ ທັງຮ່ວມມືກັບປະເທດຕ່າງໆ ສ້າງສະພາບການປະດິດສ້າງໃໝ່ທົ່ວໂລກ ທີ່ກວມລວມ ແລະ ຮ່ວມມືກັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຢ່າງແທ້ຈິງ.

