Homeຂ່າວໜ້າໜຶ່ງລັດຖະບານ ເພີ່ມທະວີນຳພາວຽກງານຕ້ານການຄ້າມະນຸດ ຢ່າງເດັດຂາດ-ຈິງຈັງ

ລັດຖະບານ ເພີ່ມທະວີນຳພາວຽກງານຕ້ານການຄ້າມະນຸດ ຢ່າງເດັດຂາດ-ຈິງຈັງ

ປັດຈຸບັນ, ພັກ ແລະ ລັດຖະບານ ໄດ້ຍົກລະດັບມາດຕະການ ແລະ ນໍາພາ-ຊີ້ນຳວຽກງານຕ້ານການຄ້າມະນຸດ ຢ່າງເດັດຂາດ ແລະ ຈິງຈັງ ໂດຍໄດ້ວາງນະໂຍບາຍ ແລະ ສ້າງເປັນແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດ ໄລຍະ 5 ປີ ນັບແຕ່ປີ (2026-2030) ເພື່ອເປັນທິດທາງ ໃນການຈັດຕັ້ງປະຕິບັດຢ່າງເປັນລະບົບ ເເລະ ຮັບປະກັນໃຫ້ການສະກັດກັ້ນອາຊະຍາກຳນີ້ ມີປະສິດທິຜົນ ແລະ ສອດຄ່ອງກັບສະພາບການຕົວຈິງ. ໃນຂະນະທີ່ໄດ້ກຳນົດຫົວຂໍ້ ປະຈຳປີ 2026 ໄວ້ຢ່າງໜັກແໜ້ນວ່າ: “ທັບມ້າງວົງຈອນ, ກວດລ້າງເຄື່ອຂ່າຍນາຍໜ້າ ແຕ່ງດອງແອບແຝງ ການຖືພາແທນ ແລະ ການຂູດຮີດທາງເພດຂ້າມຊາດ ໃຫ້ໝົດໄປຈາກສັງຄົມ”.

ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນ ກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຍຸຕິທໍາ, ທັງເປັນປະທານຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ໄດ້ໃຫ້ຮູ້ໃນໂອກາດວັນສາກົນເພື່ອຕ້ານການຄ້າມະນຸດ ປະຈຳປີ 2026 (30 ກໍລະກົດ 2026) ວ່າ: ເພື່ອຮັບປະກັນເຮັດໃຫ້ວຽກງານຕ້ານ ແລະ ສະກັດກັ້ນ ການຄ້າມະນຸດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ສອດຄ່ອງກັບສະພາບການຕົວຈິງ ລັດຖະບານ ກໍຄື ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ໄດ້ມອບໝາຍໜ້າທີ່ໃຫ້ບັນດາຂະແໜງການກ່ຽວຂ້ອງ ແລະ ຮຽກຮ້ອງມາຍັງທຸກພາກສ່ວນໃນທົ່ວສັງຄົມ ຈົ່ງພ້ອມກັນຈັດຕັ້ງປະຕິບັດມາດຕະການຕ່າງໆ ເພື່ອຕ້ານການຄ້າມະນຸດ ໃຫ້ເປັນຮູບປະທຳ ເປັນຕົ້ນ ໃຫ້ຄະນະໂຄສະນາອົບຮົມສູນກາງພັກ, ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ເປັນເຈົ້າການໃນການນຳໃຊ້ສື່ມວນຊົນທຸກຂະແໜງການ ເພື່ອປຸກລະດົມຂະບວນການໂຄສະນາປູກຈິດສໍານຶກໃຫ້ກວ້າງຂວາງ ແລະ ແຫລມຄົມ, ຕ້ອງເປີດເຜີຍເລ່ຫລ່ຽມໃໝ່ໆຂອງພວກກໍ່ອາຊະຍາກໍາ ໂດຍສະເພາະການຫລອກ ລວງຜ່ານສື່ອອນລາຍ ເພື່ອໃຫ້ປະຊາຊົນຮູ້ທັນ ແລະ ບໍ່ຕົກເປັນເຫຍື່ອ, ຕ້ອງຄຸ້ມຄອງ, ຕິດຕາມກວດກາບັນດາສະ ຖານທີ່ພັກ ແລະ ຮ້ານບໍລິການບັນເທີງ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ. ພ້ອມນີ້, ໃຫ້ກະຊວງປ້ອງກັນຄວາມສະຫງົບ ສົມທົບກັບກະຊວງເຕັກໂນໂລຊີ ແລະ ການສື່ສານ ໂດຍໃຫ້ເຈົ້າໜ້າທີ່ຕຳຫລວດ ແລະ ພະນັກງານປະຈຳດ່ານຊາຍແດນທົ່ວປະເທດ ຍົກສູງຄວາມຮັບຜິດຊອບໃນການກວດກາ, ຄຸ້ມຄອງການເຂົ້າ-ອອກປະເທດ ຢ່າງເຄັ່ງຄັດ, ຕ້ອງຊອກຄົ້ນຫາ, ທັບມ້າງເຄືອຂ່າຍນາຍໜ້າແຕ່ງດອງແອບແຝງ ແລະ ສະກັດກັ້ນການເຄື່ອນຍ້າຍແຮງງານທີ່ບໍ່ຖືກຕ້ອງ ແຕ່ຫົວທີ, ຕ້ອງດຳເນີນການສືບສວນ, ຕິດຕາມ ແລະ ປິດກັ້ນ ທຸກເຄືອຂ່າຍສື່ສັງຄົມອອນລາຍ ທີ່ໂຄສະນາຊວນເຊື່ອຫລອກລວງ ຈັດຫາວຽກເຮັດງານທຳ ທີ່ບໍ່ຖືກຕ້ອງຕາມກົດໝາຍຢ່າງເດັດຂາດ, ຜູ້ລະເມີດທີ່ເປັນນາຍໜ້າຊອກຍິງລາວເພື່ອໄປແຕ່ງດອງແອບແຝງ ຕ້ອງໄດ້ຮັບໂທດຕາມກົດໝາຍຢ່າງໜັກ. ພ້ອມນີ້ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຕ້ອງເພີ່ມທະວີການຄຸ້ມຄອງ ແລະ ກວດກາ ບັນດາບໍລິສັດຈັດຫາງານຢ່າງເຂັ້ມງວດ, ພ້ອມທັງສືບຕໍ່ຍົກສູງການພັດທະນາສີມືແຮງງານ ແລະ ສ້າງວຽກເຮັດງານທຳພາຍໃນປະເທດ ໃຫ້ສອດຄ່ອງກັບຕະຫລາດແຮງງານຕົວຈິງ.

ພ້ອມນີ້, ກະຊວງການຕ່າງປະເທດ ກໍຄື ບັນດາສະຖານເອກອັກຄະລັດຖະທູດ ແລະ ສະຖານກົງສຸນລາວ ປະຈຳຕ່າງປະເທດ ຕ້ອງເພີ່ມທະວີການຕິດຕາມ, ກອບກູ້ ແລະ ໃຫ້ການປົກປ້ອງຊ່ວຍເຫລືອພົນລະເມືອງລາວ ທີ່ຕົກເປັນເຫຍື່ອຄ້າມະນຸດຢູ່ຕ່າງປະເທດ ໃຫ້ໄດ້ຮັບຄວາມປອດໄພ ແລະ ທັນເວລາ. ຢ່າງໃດກໍຕາມ ປະຊາຊົນລາວບັນດາເຜົ່າທຸກຖ້ວນໜ້າ ຈົ່ງມີສະຕິກ່ອນໝັ້ນໝາຍ ຫລື ແຕ່ງດອງ ກັບຄົນແປກໜ້າ ເພື່ອໃຫ້ປອດໄພຈາກການຄ້າມະນຸດ. ຖ້າພົບເຫັນການເຄື່ອນໄຫວທີ່ໜ້າສົງໄສ ຂໍໃຫ້ຮີບຮ້ອນແຈ້ງມາຍັງ ສາຍດ່ວນຕ້ານການຄ້າມະນຸດ 1300 ຫລື ເບີວັອດແອັບ 020 2288 1300 ໃນທັນທີ.

ຂ່າວ: ທະນູທອງ

ຂໍ້ມູນ-ພາບ: ປກສ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments