Homeຂ່າວໜ້າໜຶ່ງຜູ້ແທນ ຍທຂ ເຂົ້າຮ່ວມກອງປະຊຸມໂຕະມົນ ລັດຖະມົນຕີດ້ານການກໍ່ສ້າງ ແລະ ທີ່ຢູ່ອາໄສອາຊຽນ-ຈີນ ຄັ້ງທີ 4

ຜູ້ແທນ ຍທຂ ເຂົ້າຮ່ວມກອງປະຊຸມໂຕະມົນ ລັດຖະມົນຕີດ້ານການກໍ່ສ້າງ ແລະ ທີ່ຢູ່ອາໄສອາຊຽນ-ຈີນ ຄັ້ງທີ 4

ຄະນະຜູ້ແທນກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຫ່ງ ສປປ ລາວ ນໍາໂດຍ ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງ ຍທຂ ພ້ອມດ້ວຍຄະນະຈາກກົມເຄຫາ ແລະ ຜັງເມືອງ, ຫ້ອງການກະຊວງ, ກົມແຜນການ ແລະ ການຮ່ວມມື ແລະ ສະມາຄົມສະຖາປະນິກ ແລະ ວິສະວະກອນໂຍທາລາວ (ສສວ) ເຂົ້າຮ່ວມກອງປະຊຸມໂຕະມົນລັດຖະມົນຕີດ້ານການກໍ່ສ້າງ ແລະ ທີ່ຢູ່ອາໄສ ອາຊຽນ-ຈີນ ຄັ້ງທີ 4 ພາຍໃຕ້ຫົວຂໍ້ “ເມືອງທີ່ຍືນຍົງ, ທີ່ຢູ່ອາໄສທີ່ມີຄຸນນະພາບ, ຊຸມຊົນທີ່ສາມັກຄີ” ໃນວັນທີ 1 ສິງຫາ 2026 ຜ່ານມາທີ່ເມືອງອີໂປລັດເປຣັກ ປະເທດມາເລເຊຍ ໂດຍມີຜູ້ແທນລະດັບລັດຖະມົນຕີ ແລະ ຮອງລັດຖະມົນຕີ ຈາກບັນດາປະເທດອາຊຽນ, ສປ ຈີນ, ກອງເລຂາອາຊຽນ ແລະ ອົງການທີ່ກ່ຽວຂ້ອງເຂົ້າຮ່ວມ ເພື່ອແລກປ່ຽນນະໂຍບາຍ, ປະສົບການ ແລະ ນະວັດຕະກຳ ກ່ຽວກັບການພັດທະນາຕົວເມືອງ, ທີ່ຢູ່ອາໄສ ແລະ ໂຄງລ່າງພື້ນຖານຢ່າງຍືນຍົງ.

ກອງປະຊຸມດັ່ງກ່າວ, ທ່ານ ງາມປະສົງ ເມືອງມະນີ ໄດ້ຂຶ້ນກ່າວປາໄສພາຍໃຕ້ຫົວຂໍ້: ເສີມສ້າງການບໍລິການໃນຕົວເມືອງທີ່ມີຄວາມທົນທານ ແລະ ພື້ນຖານໂຄງລ່າງທີ່ຍືນຍົງ ໂດຍໄດ້ສະທ້ອນໃຫ້ເຫັນວ່າ ສປປ ລາວ ກຳລັງຜະເຊີນກັບຄວາມທ້າທາຍຈາກການຫັນເປັນຕົວເມືອງທີ່ວ່ອງໄວ ບວກກັບຜົນກະທົບຂອງການປ່ຽນແປງສະພາບພູມອາກາດ ແລະ ຄວາມຕ້ອງການທີ່ເພີ່ມຂຶ້ນດ້ານການບໍລິການຕົວເມືອງ ແລະ ໂຄງສ້າງພື້ນຖານ. ເພື່ອຮັບມືກັບສິ່ງທ້າທາຍດັ່ງກ່າວ, ຍທຂ ໄດ້ຢັ້ງຢືນຄວາມມຸ່ງໝັ້ນເລັ່ງລັດໃນການພັດທະນາຕົວເມືອງທີ່ຍືນຍົງ ແລະ ທົນທານ ຕາມແຜນ 5 ປີຂອງກະຊວງ ຍທຂ ແລະ ການຈັດຕັ້ງປະຕິບັດວາລະໃໝ່ ແຫ່ງການພັດທະນາຕົວເມືອງ (New Urban Agenda). ພ້ອມກັນນັ້ນ, ທ່ານ ຮອງລັດຖະມົນຕີ ກະຊວງ ຍທຂ ໄດ້ເນັ້ນໜັກ 3 ໜ້າວຽກບຸລິມະສິດສຳຄັນຂອງ ສປປ ລາວ ໃນການສ້າງຕົວເມືອງທີ່ທົນທານ ແລະ ຍືນຍົງຄື: ການຍົກລະດັບການຄຸ້ມຄອງ ແລະ ບໍລິການຕົວເມືອງ ໃຫ້ສາມາດຮັບມືກັບການປ່ຽນແປງດິນຟ້າອາກາດ ໂດຍສຸມໃສ່ການຄຸ້ມຄອງສິ່ງເສດເຫຼືອແບບຍືນຍົງ, ການສ້າງລະບົບລະບາຍນ້ຳໃນຕົວເມືອງທີ່ທົນທານ, ການນຳໃຊ້ວິທີແກ້ໄຂທີ່ອີງໃສ່ທຳມະຊາດ (Nature-based Solutions) ແລະ ການວາງແຜນຜັງຕົວເມືອງ ທີ່ເຊື່ອມສານການປ່ຽນແປງດິນຟ້າອາກາດ; ການສົ່ງເສີມການພັດທະນາໂຄງລ່າງພື້ນຖານທີ່ຍືນຍົງ ແລະ ນຳໃຊ້ຊັບພະຍາກອນຢ່າງມີປະສິດທິພາບ ເພື່ອຮັບມືກັບການຫັນປ່ຽນຕົວເມືອງ ໂດຍສຸມໃສ່ການສ້າງທີ່ຢູ່ອາໄສໃນລາຄາທີ່ເໝາະສົມ ແລະ ມີຄຸນນະພາບ, ການສ້າງໂຄງລ່າງພື້ນຖານ ຕອບສະໜອງກັບຄວາມຕ້ອງການຂອງຊຸມຊົນ ແລະ ທຸກຄົນສາມາດເຂົ້າເຖິງໄດ້; ເລັ່ງລັດການຫັນເປັນດີຈິຕອນ ເພື່ອຍົກລະດັບການບໍລິຫານ, ການວາງແຜນຜັງຕົວເມືອງ ແລະ ການບໍລິການຕົວເມືອງຢ່າງມີປະສິດທິພາບ.

ໃນຕອນທ້າຍ, ກອງປະຊຸມໄດ້ຮັບຮອງ Ipoh Accord on Sustainable Cities, Quality Housing, Cohesive Communities ເພື່ອເປັນແນວທາງຮ່ວມກັນ ລະຫວ່າງບັນດາປະເທດອາຊຽນ ແລະ ສປ ຈີນ ໃນການສົ່ງເສີມການພັດທະນາຕົວເມືອງທີ່ຍືນຍົງ, ການສ້າງທີ່ຢູ່ອາໄສທີ່ມີຄຸນນະພາບ ແລະ ຊຸມຊົນທີ່ມີຄວາມປອງດອງກັນ. ພ້ອມທັງສືບຕໍ່ເສີມສ້າງການຮ່ວມມືອັນແໜ້ນແຟ້ນລະຫວ່າງອາຊຽນ ແລະ ສປ ຈີນ ໃນຂົງເຂດການກໍ່ສ້າງທີ່ຢູ່ອາໄສ ແລະ ການພັດທະນາຕົວເມືອງ ເພື່ອຍົກລະດັບຄຸນນະພາບຊີວິດຂອງປະຊາຊົນໃນພາກພື້ນ.

ຂໍ້ມູນ-ພາບ: ກະຊວງ ຍທຂ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments