Homeຂ່າວພາຍໃນພິທີເປີດໂຄງການຂຸດຄົ້ນບໍ່ຄຳໃຕ້ດິນແຫ່ງທີ 2 ຂອງບໍລິສັດລ້ານຊ້າງມີເນໂຣນສ໌

ພິທີເປີດໂຄງການຂຸດຄົ້ນບໍ່ຄຳໃຕ້ດິນແຫ່ງທີ 2 ຂອງບໍລິສັດລ້ານຊ້າງມີເນໂຣນສ໌

ທ້າຍອາທິດຜ່ານມາ, ຢູ່ບໍ່ຄຳ-ທອງເຊໂປນ ເມືອງວິລະບູລີ ແຂວງສະຫວັນນະເຂດ ໄດ້ຈັດພິທີເປີດອຸມຸງສຳຫລວດ ແລະ ຂຸດຄົ້ນບໍ່ຄຳໃຕ້ດິນ ແຫ່ງທີ 2 (DD2) ຢ່າງເປັນທາງການ ຊຶ່ງໂຄງການດັ່ງກ່າວແມ່ນໄດ້ຮັບການພັດທະນາໃຫ້ເປັນການຂຸດຄົ້ນບໍ່ແຮ່ແບບໃຕ້ດິນ ທີ່ໄດ້ມາດຕະຖານສາກົນ ແລະ ທັນສະໄໝທີ່ສຸດໃນ ສປປ ລາວ.

ເຂົ້າຮ່ວມໃນພິທີຄັ້ງນີ້, ມີ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກແຂວງສະຫວັນນະເຂດ, ທ່ານ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີກະຊວງ ອຸດສາຫະກໍາ ແລະ ການຄ້າ, ທ່ານ ກ່າວ ໂປ ຜູ້ອຳນວຍການ ກຸ່ມບໍລິສັດຊື່ເຝີງຂຸດຄົ້ນຄຳ ຈຳກັດ, ຄະນະຜູ້ບໍລິຫານບໍລິສັດ ແລະ ແຂກຖືກເຊີນຈາກສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.

ໃນພິທີ, ທ່ານ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີຄຳເຫັນ ຊົມເຊີຍຕໍ່ຜົນສໍາເລັດຂອງໂຄງການ ຊຶ່ງໄດ້ຮັບອະນຸມັດຈາກລັດຖະບານລາວ ມາຕັ້ງແຕ່ວັນທີ 15 ມິຖຸນາ 1993 ຮອດປະຈຸບັນກ້າວເຂົ້າສູ່ປີທີ 33. ຕະຫລອດໄລຍະຜ່ານມາ, ໂຄງການໄດ້ປະກອບສ່ວນອັນໃຫຍ່ຫລວງເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ໂດຍສະເພາະການສ້າງລາຍຮັບເຂົ້າງົບປະມານຂອງລັດ, ການພັດທະນາພື້ນຖານໂຄງລ່າງ, ການສ້າງວຽກເຮັດງານທຳໃຫ້ປະຊາຊົນ ແລະ ການຖ່າຍທອດເຕັກໂນໂລຊີ. ພິເສດ, ໂຄງການດັ່ງກ່າວ ໄດ້ຖືກປະເມີນ ແລະ ຈັດຢູ່ໃນປະເພດ A+ (ດີຫລາຍ) ມາໂດຍຕະຫລອດ ເນື່ອງຈາກຄວາມເອົາໃຈໃສ່ໃນການປະຕິບັດມາດຕະຖານທາງດ້ານເຕັກນິກ, ສິ່ງແວດລ້ອມ ແລະ ສັງຄົມ ທີ່ມີປະສິດທິຜົນສູງ.

ການເປີດອຸມຸງສຳຫລວດໃໝ່ໃນຄັ້ງນີ້ ບໍ່ພຽງແຕ່ເປັນການຂະຫຍາຍພື້ນທີ່ຂຸດຄົ້ນ ແຕ່ຍັງເປັນສັນຍະລັກສະແດງເຖິງຄວາມເຊື່ອໝັ້ນຂອງນັກລົງທຶນ ຕໍ່ສະຖຽນລະພາບ ແລະ ທ່າແຮງດ້ານຊັບພະຍາກອນແຮ່ທາດຂອງປະເທດ. ພ້ອມນັ້ນ, ເພື່ອສອດຄ່ອງກັບນະໂຍບາຍຂອງລັດຖະບານ ໃນການຫັນຂະແໜງບໍ່ແຮ່ໃຫ້ສ້າງມູນຄ່າເພີ່ມສູງ ແລະ ຍືນຍົງ, ທ່ານໄດ້ສະເໜີໃຫ້ບໍລິສັດ ເອົາໃຈໃສ່ປະຕິບັດ 5 ປະເດັນສຳຄັນ ຄື: ຍຶດໝັ້ນການປະຕິບັດຕາມລະບຽບ ແລະ ກົດໝາຍທີ່ກ່ຽວຂ້ອງຢ່າງເຂັ້ມງວດ; ໃຫ້ຄວາມສຳຄັນສູງສຸດຕໍ່ຄວາມປອດໄພ, ສຸຂະພາບແຮງງານ, ແລະ ການຄຸ້ມຄອງສິ່ງແວດລ້ອມ-ສັງຄົມ; ສືບຕໍ່ຂະຫຍາຍການນຳໃຊ້ນະວັດຕະກຳ ແລະ ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການສຳຫລວດ, ຂຸດຄົ້ນ ແລະ ປຸງແຕ່ງ ໃຫ້ມີປະສິດທິຜົນສູງສຸດ; ສືບຕໍ່ຮ່ວມມືໃນການຝຶກອົບຮົມ ແລະ ຖ່າຍທອດເຕັກໂນໂລຊີ ເພື່ອສ້າງບຸກຄະລາກອນລາວໃຫ້ມີຄວາມສາມາດທຽບເທົ່າສາກົນ; ເພີ່ມທະວີການພັດທະນາຊຸມຊົນ, ການສຶກສາ, ສາທາລະນະສຸກ, ພື່ນຖານໂຄງລ່າງ ແລະ ສ້າງອາຊີບໃຫ້ປະຊາຊົນລາວໃຫ້ຫລາຍຂຶ້ນ.

ຂໍ້ມູນ: ຂ່າວສານ ອຄ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments