Homeຂ່າວຕ່າງປະເທດ3 ຜະລິດຕະພັນໃໝ່ຫຼ້າສຸດ ຂອງສປ ຈີນ ມີອະນາຄົດທີ່ສົດໃສ

3 ຜະລິດຕະພັນໃໝ່ຫຼ້າສຸດ ຂອງສປ ຈີນ ມີອະນາຄົດທີ່ສົດໃສ

ວິທະຍຸ-ໂທລະພາບສູນກາງຈີນ, ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ຂອງ ສປ ​ຈີນ​ ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ ອີກ​ຄັ້ງ​ໃໝ່​ໃຫ້​ແກ່​ຕະຫລາດ​ໂລກ, ຄັ້ງ​ນີ້ແມ່ນ​ກ່ຽວ​ກັບ “3 ຜະລິດຕະພັນໃໝ່ຫລ້າສຸດ” ຈາກ​ການ​ຜະ​ລິດ​ເຄື່ອງ​ນຸ່ງ​ຫົ່ມ, ເຟີ​ນີ​ເຈີ ແລະ ​ເຄື່ອງ​ໃຊ້​ໄຟ​ຟ້າ, ຮອດ​ການ​ຫັນ​ປ່ຽນ​ສູ່ພະ​ລັງ​ງານ​ສີ​ຂຽວ ຄື: ລົດ​ພະ​ລັງ​ງານໃໝ່, ໝໍ້​ໄຟ ຫລື ແບັດເຕີຣີລີທຽມ ແລະ ​ຜະ​ລິ​ດ​ຕະ​ພັນ​ພະ​ລັງ​ງານ​ແສງ​ຕາ​ເວັນ, ຈົນ​ຮອດ ປັນ​ຍາ​ປະ​ດິດ, ຫຸ່ນ​ຍົນ​ ແລະ ຢາ​ປະ​ດິດ​ສ້າງ​ໃໝ່, ​ປະ​ສິດ​ທິ​ພາບ​ ຂອງ​ການ​ພັດ​ທະ​ນາອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ຢ່າງມີ​ຄຸນ​ນະ​ພາບ​ສູງ ​ຂອງ​ ສປ ຈີນ ​ແມ່ນ​ໜ້າ​ອັດ​ສະ​ຈັນຫລາຍ. ຜົນການສຳຫລວດ ຄວາມຄິດເຫັນ​ຊາວເນັດທົ່ວ​ໂລກ​ ທີ່​ຈັດ​ໂດຍ CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫລື CMG ສະແດງໃຫ້ເຫັນວ່າ: ຜູ້ຕອບ​ແບບສອບ​ຖາມ 93,1% ເຫັນ​ວ່າ “3 ຜະລິດຕະພັນໃໝ່ຫລ້າສຸດ” ຂອງ ສປ ຈີນໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ໂລກ​ໄດ້ສະ​ແດງ​ໃຫ້​ເຫັນ​ເຖິງອຸດ​ສາ​ຫະ​ກຳ​ການ​ຜະ​ລິດ ​ຂອງ​ ສປ ຈີນ ​ເລີ່ມ​ສະ​ໜອງ​ເຕັກ​ໂນ​ໂລ​ຊີທີ່​ຄົ້ນ​ຄວ້າ​ດ້ວຍ​ຕົນ​ເອງ, ລະ​ບົບ​ອັດ​ສະ​ລິ​ຍະ ແລະ ​​ວິ​ທີ​ແກ້​ໄຂ​ບັນ​ຫາ​ໃຫ້​ແກ່​ຕະຫລາດ​ສາ​ກົນ ແລະ​ ຈະ​ສ້າງ​ຜົນ​ປະ​ໂຫຍດຫລາຍກວ່າ​ເກົ່າ​ໃນ​ອະ​ນາ​ຄົດ. ໃນຈຳນວນ 87,7% ເຫັນ​ວ່າ “3 ຜະລິດຕະພັນໃໝ່ຫລ້າສຸດ” ໄດ້​ສະ​ແດງ​ໃຫ້​ເຫັນ​ອີກ​ຄັ້ງ ​ກ່ຽວ​ກັບ​ຄວາມ​ສາ​ມາດ​ດ້ານ​ການ​ຜະ​ລິດ​ທີ່​ເຂັ້ມ​ແຂງ ​ຂອ​ງ ສປ ​ຈີນ​; 90,5% ເຫັນ​ວ່າຜົນ​ສຳ​ເລັດດ້ານ​ການ​ປະ​​ດິດ​ສ້າງ​ໃໝ່ ກ່ຽວ​ກັບ “3 ຜະລິດຕະພັນໃໝ່ຫລ້າສຸດ” ຂອງ ສປ ​ຈີນ ​ສາ​ມາດ​ເຮັດ​ໃຫ້​ປະ​ເທດພວມ​ພັດ​ທະ​ນາຫລາຍກວ່າ​ເກົ່າຫັນ​ເປັນ​ແບບ​ອັດ​ສະ​ລິ​ຍະ ແລະ​ ອັດ​ຕະ​ໂນ​ມັດ​ ດ້ວຍ​ຕົ້ນ​ທຶນທີ່​ສາ​ມາດ​ເຂົ້າ​ເຖິງ​ໄດ້, ເຊິ່ງ​ໄດ້​ຢືນ​ຢັນ​ອີກ​ຄັ້ງ​ໜຶ່ງວ່າ: ​ການເປີດ​ປະ​ຕູ ແລະ ກວມ​ລວມ​ໄດ້​ຊຸກ​ຍູ້ໃຫ້​ຄວາມ​ສາ​ມາດ​ດ້ານ​ການ​ປະ​ດິດ​ສ້າງ​ດ້ວຍ​ຕົນ​ເອງ​ຂອງ​ ສ ປ ຈີນ ​ຍົກ​ສູງ​ຂຶ້ນ​ຢ່າງວ່ອງ​ໄວ ແລະ ຜູ້ຕອບ​ແບບ​ສອບ​ຖາມ 89,5% ເຫັນ​ວ່າ “3 ຜະລິດຕະພັນໃໝ່ຫລ້າສຸດ” ຂອງ​ ສປ ຈີນ​ ຈະ​ນຳ​ເອົາ​ໂອ​ກາດ​ໃໝ່ມາໃຫ້​ແກ່​ການ​ປະ​​ດິດ​ສ້າງ ແລະ ​ການຍົກ​ລະ​ດັບ​ຂຶ້ນ​ ຂອງ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ທົ່ວ​ໂລກ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments