ວິທະຍຸ-ໂທລະພາບສູນກາງຈີນ, ອີງຕາມຂໍ້ມູນຈາກກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຈີນ ສະແດງໃຫ້ເຫັນວ່າ: 6 ເດືອນຕົ້ນປີນີ້, ອຸດສາຫະກຳການຜະລິດດ້ານຂໍ້ມູນຂ່າວສານເອເລັກໂຕຣນິກ ຂອງ ສປ ຈີນ ໄດ້ສືບຕໍ່ເລັ່ງລັດການຜະລິດ, ການສົ່ງອອກມີຄວາມໝັ້ນທ່ຽງ ແລະ ມີທ່າອຽງທີ່ດີ, ປະສິດທິຜົນສືບຕໍ່ເພີ່ມຂຶ້ນ ແລະ ການລົງທຶນ ໄດ້ເພີ່ມຂຶ້ນຢ່າງໝັ້ນທ່ຽງ. ປະສິດທິຜົນ ຂອງອຸດສາຫະກຳ ຂໍ້ມູນຂ່າວສານເອເລັກໂຕຣນິກໃນ 6 ເດືອນຕົ້ນປີນີ້ສືບຕໍ່ມີທ່າອຽງເພີ່ມຂຶ້ນ, ລາຍຮັບບັນລຸ 9.410 ຕື້ຢວນ, ເພີ່ມຂຶ້ນ 18,5% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີກາຍ, ຜົນກຳໄລ ມີເຖິງ 577,7 ຕື້ຢວນ. ໃນເດືອນມິຖຸນາຜ່ານມາ, ວິສາຫະກິດຂະໜາດໃຫຍ່ ກ່ຽວກັບອຸດສາຫະກຳການຜະລິດດ້ານຂໍ້ມູນຂ່າວສານເອເລັກໂຕຣນິກ ມີລາຍຮັບ 1.890 ຕື້ຢວນ, ເພີ່ມຂຶ້ນ 24,7% ເມື່ອທຽບໃສ່ປີກາຍ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

