Homeຂ່າວຕ່າງປະເທດລວມຍອດຜະລິດຕະພັນພາຍໃນທາງທະເລຂອງ ສປ ຈີນ ບັນລຸເຖິງ 5.500 ຕື້ຢວນ

ລວມຍອດຜະລິດຕະພັນພາຍໃນທາງທະເລຂອງ ສປ ຈີນ ບັນລຸເຖິງ 5.500 ຕື້ຢວນ

ວິທະຍຸ-ໂທລະພາບສູນກາງຈີນ, ໃນ 6 ເດືອນຕົ້ນປີນີ້, ລວມຍອດຜະລິດຕະພັນພາຍໃນທາງທະເລ ຂອງສປ ຈີນ ບັນລຸເຖິງ 5.500 ຕື້ ຢວນ, ເພີ່ມຂຶ້ນ 5,1% ເມື່ອທຽບໃສ່ໄລຍະດຽວກັນປີກາຍນີ້, ເສດຖະກິດທາງທະເລ ໄດ້ພັດທະນາຢ່າງໝັ້ນຄົງ ແລະ ມີທ່າອຽງການພັດທະນາທີ່ດີ. ໃນວັນທີ 3 ສິງຫານີ້, ກະຊວງຊັບພະຍາກອນທຳມະຊາດຈີນ ໄດ້ເຜີຍແຜ່ຂໍ້ມູນ ກ່ຽວກັບສະພາບການດຳເນີນ ເສດຖະກິດທາງທະເລ ສະແດງໃຫ້ເຫັນວ່າ: ໃນ 6 ເດືອນຕົ້ນປີນີ້, ຂະໜາດເສດຖະກິດທາງທະເລ ຂອງ ສປ ຈີນ ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ລວມຍອດຜະລິດຕະພັນທາງທະເລ ກວມເອົາ 7,9% ຂອງ GDP. ໃນ 6 ເດືອນຕົ້ນປີນີ້, ສປ ຈີນ ໄດ້ເພີ່ມກໍ່ສ້າງໂຄງການນຳໃຊ້ທະເລ ແລະ ເກາະໃໝ່ ຈຳນວນ 1.246 ໂຄງການ, ອະນຸຍາດພື້ນທີ່ນຳໃຊ້ທະເລ ແລະ ເກາະຈຳນວນ 123.000 ເຮັກຕາ, ມູນຄ່າການລົງທຶນທີ່ກ່ຽວຂ້ອງຫລາຍກວ່າ 380 ຕື້ຢວນ ໂດຍໄດ້ຮັບປະກັນຄວາມຕ້ອງການນຳໃຊ້ທະເລ ແລະ ເກາະເພື່ອອຸດສາຫະກຳຕ່າງໆເຊັ່ນ: ການປະມົງທາງທະເລ, ອຸດສາຫະກຳ ແລະ ການຂົນສົ່ງເປັນຕົ້ນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments