Homeຂ່າວຕ່າງປະເທດເກີດໄຟໄໝ້ກຳປັ່ນຂ້າມຟາກ ຢູ່ເຂດທະເລໃກ້ກັບອິນໂດເນເຊຍ ເຮັດໃຫ້ ມີຜູ້ເສຍຊີວິດ ຢ່າງໜ້ອຍ 5 ຄົນ

ເກີດໄຟໄໝ້ກຳປັ່ນຂ້າມຟາກ ຢູ່ເຂດທະເລໃກ້ກັບອິນໂດເນເຊຍ ເຮັດໃຫ້ ມີຜູ້ເສຍຊີວິດ ຢ່າງໜ້ອຍ 5 ຄົນ

ວິທະຍຸ-ໂທລະພາບສູນກາງຈີນ ວັນທີ 2 ສິງ​ຫານີ້, ພາກ​ສ່ວນທີ່ກ່ຽວຂ້ອງ ຂອງ​ທາງ​ການອິນໂດເນເຊຍ ​ໃຫ້​ຮູ້ວ່າ: ​ເກີດໄຟໄໝ້ກຳປັ່ນ​ຂ້າມ​ຟາກລຳ​ໜຶ່ງ​ໃນ​ນ່ານ​ນ້ຳ​ໃກ້​ກັບເກາະມາດູຣາ ແຂວງຊາວາ ຕາເວັນອອກ, ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 5 ຄົນ, ຫາຍສາບສູນ 41 ຄົນ ແລະ ​ໄດ້​ຮັບ​ການຊ່ວຍເຫລືອ 225 ຄົນ. ໃນຂະ​ນະເກີດເຫດກຳປັ່ນ​ດັ່ງ​ກ່າວ​ກຳ​ລັງ​ແລ່ນຕາມເສັ້ນທາງເດີນເຮືອ ລະຫວ່າງນະ​ຄອນຊູຣາບາຢາ-ນະ​ຄອນມາຄາຊາ. ຢູ່ເທິງກຳປັ່ນ ມີທັງໝົດ 271 ຄົນ, ໃນ​ນັ້ນ​ມີຜູ້ໂດຍສານ 232 ຄົນ ແລະ ລູກເຮືອ 39 ຄົນ. ໃນຂະ​ນະນັ້ນ, ກຳປັ່ນລຳນີ້ຢູ່ຫ່າງໄກຈາກຝັ່ງປະມານ 35 ກິ​ໂລ​ແມັດ, ຕົວກຳປັ່ນຖືກໄຟເກືອບໝົດ. ຜູ້ໂດຍສານສ່ວນໜຶ່ງກຳ​ລັງລໍຖ້າການຊ່ວຍເຫລືອຢູ່ຫ້ອງຂັບເຮືອ ແລະ ຫົວເຮືອ. ອົງການ​ຄົ້ນ​ຫາ ​ແລະ ກູ້ໄພແຫ່ງຊາດ ອິນໂດເນເຊຍ​ ແຈ້ງ​ໃຫ້​ຮູ້ວ່າ: ມີເຮືອຫລາຍລຳ ​ທີ່​ຢູ່ບໍລິເວນເກີດເຫດໄດ້ເຂົ້າຮ່ວມການຊ່ວຍເຫລືອກູ້ໄພ.ປັດຈຸບັນ, ການ​ຄົ້ນ​ຫາ​ ແລະ ​ກູ້ໄພຍັງດຳເນີນຢູ່, ສ່ວນສາເຫດຂອງ​ການ​ເກີດໄຟໄໝ້ ຍັງບໍ່ທັນຮູ້ຊັດ​ເຈນເທື່ອ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments