Homeຂ່າວຕ່າງປະເທດອີຢູ ນຳໃຊ້ຂໍ້ກຳນົດຕິດສະແຕມເນື້ອໃນໂດຍ ປັນຍາປະດິດສ້າງຢ່າງເປັນທາງການ

ອີຢູ ນຳໃຊ້ຂໍ້ກຳນົດຕິດສະແຕມເນື້ອໃນໂດຍ ປັນຍາປະດິດສ້າງຢ່າງເປັນທາງການ

ວິທະຍຸກະຈາຍສຽງຫວຽດນາມ, ນັບແຕ່ວັນທີ 2 ສິງຫານີ້, ສະຫະພາບເອີຣົບ (ອີຢູ) ໄດ້ນຳໃຊ້ບັນດາຂໍ້ກຳນົດໃໝ່ຢ່າງເປັນທາງການຮຽກຮ້ອງໃຫ້ບັນດາວິສາຫະກິດຕິດສະແຕມຢ່າງຈະແຈ້ງ ສຳລັບເນື້ອໃນໂດຍປັນຍາປະດິດ (AI) ສ້າງຂຶ້ນ, ເພື່ອຊ່ວຍໃຫ້ຜູ້ນຳໃຊ້ງ່າຍໃນການຈຳແນກ ລະຫວ່າງເນື້ອໃນແທ້ ແລະ ເນື້ອໃນໂດຍ AI ສ້າງຂຶ້ນ ຫລື ດັດປັບ. ຕາມ​ຂໍ້​ກຳ​ນົດໃນ​ກົດ​ໝາຍ AI (AI Act), ບັນ​ດາ​ວິ​ສາ​ຫະ​ກິດທີ່ພັດ​ທະ​ນາ ຫລື ຜັນ​ຂະ​ຫຍາຍ​ລະ​ບົບ AI ຕ້ອງ​ແຈ້ງໃຫ້​ຜູ້​ນຳ​ໃຊ້​ກ່ອນ​ທີ່​ເຂົາ​ເຈົ້າຈະມີ​ການປະຕິກິລິຍາ​ ກະ​ທົບ​ກັບ chatbot AI ຫລື ພາບ, ຄຣິບ​, ສຽງ ແລະ ເອ​ກະ​ສານ​ໂດຍ AI ສ້າງ. ຂໍ້​ກຳ​ນົດ​ກໍ່​ຮຽກ​ຮ້ອງ​ໃຫ້ມີການແຈ້ງ​ເມື່ອ AI ຈະ​ນຳ​ໃຊ້​ເພື່ອລະບຸ ຫລື ສ້າງ​ບັນ​ດາ​ເນື້ອ​ໃນ​ກ່ຽວ​ຂ້ອງ​ເຖິງ​ຜົນ​ປະ​ໂຫຍດສາ​ທາ​ລະ​ນະ​ທີ່ບໍ່​ມີ​ກາ​ນກວດ​ຄືນ, ຮຽບ​ຮ​ຽງ​ຂອງ​ມະ​ນຸດ. ບັນ​ດາ​ລະ​ບົບ AI ທີ່​ໄດ້ຜັນ​ຂະ​ຫຍາຍ​ກ່ອນນີ້​ມີ​ກຳ​ນົດ​ເວ​ລາ​ຮອດ​ວັນ​ທີ 2 ທັນ​ວາ 2026 ເພື່ອ​ສຳ​ເລັດ​ການປະ​ຕິ​ບັດຕາມ​.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments