ວິທະຍຸກະຈາຍສຽງຫວຽດນາມ, ຄາດວ່າຈະມີນັກກິລາປະມານ 18.000 ຄົນ, ໃນນັ້ນມີນັກກິລາສາກົນ 5.000 ຄົນ ເຂົ້າຮ່ວມການແລ່ນມາຣາທອນສາກົນ ມໍລະດົກຮ້າລອງ 2026 ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 20 – 22 ພະຈິກ ຈະມາເຖີງຢູ່ແຂວງກວ໋າງນິງ ຂອງ ສສ ຫວຽດນາມ. ຕາມຂໍ້ມູນໂດຍຄະນະຈັດຕັ້ງປະກາດທີ່ການປະຊຸມຖະແຫລງຂ່າວ ວັນທີ 2 ສິງຫາ, ການແຂ່ງຂັນປີນີ້ມີຈຳນວນນັກກິລາສາກົນ ເຂົ້າຮ່ວມຫລາຍທີ່ສຸດໃນ 11 ຄັ້ງຜ່ານມາ. ຈາກນັ້ນ ທ່ານ Hong Sun,ປະທານກິຕິມະສັກສະມາຄົມວິສາຫະກິດ ສ.ເກົາຫລີປະຈຳ ສສ ຫວຽດນາມ (KO CHAM), ຕີລາຄາວ່າ: “ການແລ່ນມາຣາທອນມໍລະດົກຮ້າລອງ ແມ່ນເຫດການສຳຄັນທີ່ເປັນໜ້າສົນໃຈ ສຳລັບບັນດານັກກິລາແລ່ນຂອງ ສ.ເກົາຫລີ ກໍ່ຄືບັນດານັກລົງທຶນ ສ.ເກົາຫລີ. ການແຂ່ງຂັນຄັ້ງນີ້ໄດ້ຕອບສະໜອງທັງ 3 ປັດໄຈ ກ່ຽວກັບກິລາ, ວັດທະນະທຳ ແລະ ການທ່ອງທ່ຽວ. ພ້ອມທັງໂຄສະນາເຜີນແຜ່ເຫດການນີ້ຢ່າງກວ້າງແຂວງ. ນີ້ແມ່ນໂອກາດທີ່ດີເພື່ອໃຫ້ນັກທ່ອງທ່ຽວ ສ.ເກົາຫລີ ມາຮ້າລອງ ແລະ ສສ ຫວຽດນາມ ຫລາຍກວ່າອີກ”. ໂດຍສືບຕໍ່ຜົນສຳເລັດ ຂອງການແຂ່ງຂັນໃນຊຸມປີກ່ອນໆ ການແຂ່ງຂັນມາຣາທອນ ສາກົນມໍລະດົກຮ້າລອງ ສືບຕໍ່ຢັ້ງຢືນອິດທິຜົນຊື່ສຽງແມ່ນານແຂ່ງຂັນແລ່ນໜຶ່ງດຽວຢູ່ ສສ ຫວຽດນາມ ທີ່ສະຫະພັນແລ່ນ ແລະ ລານສາກົນ (World Athletics) ຮັບຮູ້ເປັນການແຂ່ງຂັນລະດັບສາກົນ – World Athletics Label Road Race.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

