Homeຂ່າວດ່ວນສະແກມເມີມີໜາວ ເຈົ້າໜ້າທີ່ເລັ່ງປາບປາມມື້ດຽວ ຈັບ 6 ຈຸດ ໃນນະຄອນຫຼວງວຽງຈັນ ກັກຕົວ 63 ຄົນ

ສະແກມເມີມີໜາວ ເຈົ້າໜ້າທີ່ເລັ່ງປາບປາມມື້ດຽວ ຈັບ 6 ຈຸດ ໃນນະຄອນຫຼວງວຽງຈັນ ກັກຕົວ 63 ຄົນ

ຕໍ່ໄປນີ້ສະແກຣມເມີຈະບໍ່ມີບ່ອນໃຫ້ລີ້ຊ້ອນອີກຕໍ່ໄປ ແລະ ຈະໝົດໄປຈາກ ປະເທດເຮົາ ຫຼັງເຈົ້າໜ້າທີ່ປາບປາມໜັກ ພຽງມື້ດຽວ ມ້າງແກ້ງສະແກຣມເມີ 6 ຈຸດລວດ ພົບ 4 ສັນຊາດ.

ເຈົ້າໜ້າທີ່ຄະນະສະເພາະກິດ ກະຊວງປ້ອງກັນຄວາມສະຫງົບ ໄດ້ເປີດປະຕິບັດການຄັ້ງໃຫຍ່ເຂົ້າກວດຄົ້ນ ແລະ ກວາດລ້າງກຸ່ມແກ້ງເປົ້າໝາຍສໍ້ໂກງທາງໂທລະຄົມ ຫຼື ສະແກມເມີ ພ້ອມກັນເຖິງ 6 ຈຸດ ໃນເຂດນະຄອນຫຼວງວຽງຈັນ ໃນວັນທີ 1 ສິງຫາ 2026 ສາມາດກັກຕົວຜູ້ຖືກສົງໄສໄດ້ທັງໝົດ 63 ຄົນ ຍິງ 3 ຄົນ ແລະ ຢຶດຂອງກາງໄດ້ຈໍານວນຫຼວງຫຼາຍ.

ໃນຈໍານວນຜູ້ຖືກກັກຕົວທັງໝົດ ປະກອບມີສັນຊາດຈີນ ຈໍານວນ 57 ຄົນ ຍິງ 2 ຄົນ, ລາວ 4 ຄົນ ຍິງ 1 ຄົນ, ກໍາປູເຈຍ 1 ຄົນ ແລະ ຄົນໄທ 1 ຄົນ.

ຈາກການລົງພື້ນທີ່ຂອງເຈົ້າໜ້າທີ່ໃນ 2 ເມືອງໃຫຍ່ ຄື: ເມືອງສີໂຄດຕະບອງ ແລະ ເມືອງຫາດຊາຍຟອງ ສາມາດກວາດລ້າງແກ້ງສະແກມເມີ ໄດ້ທັງໝົດ 6 ຈຸດຄື:

+ ຈຸດທີ 1 (ບ້ານໃໝ່, ເມືອງສິໂຄດຕະບອງ): ເຂົ້າກວດຄົ້ນເຮືອນເຊົ່າ 2 ຊັ້ນ ຈໍານວນ 3 ຫຼັງຕິດກັນ ເຊີ່ງເປັນເຮືອນຂອງທ້າວສຸກສະເຫຼີມ ສອນພານິດ ອາຊີບນັກທຸລະກິດ, ປັດຈຸບັນຢູ່ບ້ານ ນາຊາຍທອງໃຕ້ ເມືອງນາຊາຍທອງ, ພົບເຫັນເຮືອນຫຼັງ 1 ຖຶກນໍາໃຊ້ບ່ອນພັກເຊົາ ແລະ ອີກ 2 ຫຼັງ ຖືກດັດແປງເປັນຫ້ອງການສູນສໍ້ໂກງທາງໂທລະຄົມ ຫຼື ສະແກມເມີ. ໃນເວລາເຈົ້າໜ້າທີ່ເຂົ້າກວດຄົ້ນພົບເຫັນພຽງແຕ່ພະນັກງານແມ່ບ້ານ ແລະ ພະນັກງານອານະໄມ ຈໍານວນ 4 ຄົນ 1 ຍິງ, ສັນຊາດລາວ 3 ຄົນ ຍິງ 1, ສັນຊາດ ໄທ 1 ຄົນ. ຜ່ານການກວດຄົ້ນສະຖານທີ່, ພົບເຄື່ອງຂອງທີ່ນໍາໃຊ້ເຂົ້າໃນການກະທໍາຜິດມີຄື: ໂທລະສັບ ຈຳນວນ 3,172 ໜ່ວຍ, ຄອມພິວເຕີຕັ້ງໂຕະ ຈຳນວນ 97 ໜ່ວຍ, ຄອມພິວເຕີໂນ້ດບຸກ ຈຳນວນ 2 ໜ່ວຍ, ໜັງສືຜ່ານແດນ ຈໍາ 2 ຫົວ, ລົດເກັງ ເກຍລີໂອ ສີຂາວ ບໍ່ມີປ້າຍ ຈໍານວນ 1 ຄັນ, ລົດຕູ້ (ບໍ່ມີປ້າຍ) ຈໍານວນ 1 ຄັນ, ລົດຈັກ ຮອນດາສະກຸບປີ້ ສີດຳ ເລກທະບຽນ ຍອ 4916 ກຳແພງນະຄອນ ຈຳນວນ 1 ຄັນ, ລັດຈັກໄຟຟ້າ ຈຳນວນ 4 ຄັນ, ລົດຈັກສາມລໍ້ໄຟຟ້າ ຈຳນວນ 1 ຄັນ.

+ ຈຸດທີ 2 (ບ້ານໜອງໄຮ, ເມືອງຫາດຊາຍຟອງ): ເຂົ້າກວດຄົ້ນເຮືອນເຊົ່າເຮືອນ 2 ຊັ້ນ, ເຊິ່ງເປັນເຮືອນຂອງ ນາງ ສົມພັນ ອາຍຸ 40 ປີ, ອາຊີບພະນັກງານ; ພົບຜູ້ຖືກສົງໄສ 24 ຄົນ ໃນນັ້ນ ສັນຊາດຈີນ ຈຳນວນ 23 ຄົນ ຍິງ 1 ຄົນ, ຄົນລາວ 1 ຄົນ. ເຈົ້າໜ້າທີ່ສາມາດຢຶດ ເຄື່ອງຂອງກາງ ໄດ້ຄື: ຄອມພິວເຕີຕັ້ງໂຕະ ຈຳນວນ 28 ໜ່ວຍ, ຄອມພິວເຕີໂນດບຸກ ຈຳນວນ 1 ໜ່ວຍ, ໂທລະສັບມືຖື ຈຳນວນ 70 ໜ່ວຍ, ເຄື່ອງຮັບສັນຍານອິນເຕີເນັດຜ່ານດາວທຽນ ຈຳນວນ 1 ຊຸດ.

+ ຈຸດທີ 3 (ບ້ານເມືອງວາທ່າ, ເມືອງສີໂຄດຕະບອງ): ກວດຄົ້ນເຮືອນເຊົ່າ 2 ຊັ້ນ ເຊີ່ງເປັນເຮືອນຂອງທ້າວ ບຸນໂຮມ (ພະນັກງານບໍານານ), ສາມາດກັກຕົວຜູ້ຖືກສົງໄສ ໄດ້ຈໍານວນ 2 ຄົນ (ຈີນ 1 ຄົນ, ກໍາປູເຈຍ 1 ຄົນ) ພ້ອມ ໂທລະສັບມືຖື: 5 ໜ່ວຍ, ຄອມພິວເຕີໂນດບຸກ 3 ໜ່ວຍ, ແລະ ໄອແພັດ 1 ໜ່ວຍ.

+ ຈຸດທີ 4 ແລະ 5 (ໂຮງແຮມຢຸນນານ ບ້ານອຸບມຸງ ແລະ ຕະຫຼາດຊັງຈຽງ ບ້ານວັດໄຕນ້ອຍ ເມືອງ ສີໂຄດຕະບອງ): ເຈົ້າໜ້າທີ່ໄດ້ເຂົ້າກວດກາຫ້ອງພັກໂຮງແຮມ ເບີ 8627 ແລະ ພື້ນທີ່ໃນຕະຫຼາດ ກັກຕົວຄົນຈີນ ໄດ້ 9 ຄົນ ເປັນຍິງ 2 ຄົນ ພ້ອມຢຶດໂທລະສັບ 11 ໜ່ວຍ, ໜັງສືຜ່ານແດນຈໍານວນ 1 ຫົວ, ລົດໃຫຍ່ 2 ຄັນຄື: ລົດຣີໂວ້ ສີດໍາ ໝາຍເລກທະບຽນ ຂກ 5526 ນະຄອນຫຼວງວຽງຈັນ, ລົດເບ້ນ ສີດໍາ ໝາຍເລກທະບຽນ AFC168.

+ ຈຸດທີ 6 (ບ້ານສາລະຄໍາໃຕ້, ເມືອງຫາດຊາຍຟອງ): ເຂົ້າກວດຄົ້ນເຮືອນເຊົ່າ ວິນລ່າຊັ້ນ 1, ເຊີ່ງເປັນເຮືອນຂອງ ນາງ ເເກ້ວເເກ່ນໃຈ ຂີນພົມມະວົງ, ອາຊີບຄ້າ-ຂາຍ, ປັດຈຸບັນຢູ່ບ້ານສົມຫວັງ ເມືອງຫາດຊາຍຟອງ ສາມາດກັກຕົວຜູ້ຖືກສົງໄສສັນຊາດຈີນໄດ້ຈໍານວນ 24 ຄົນ, ຢຶດຄອມພິວເຕີໂນດບຸກ 5 ໜ່ວຍ, ຄອມພິວເຕີຕັ້ງໂຕະ 83 ໜ່ວຍ, ໂທລະສັບ85 ໜ່ວຍ, ໄອເເພັດ 1 ໜ່ວຍ, ເຄື່ອງຮັບສັນຍານອິນເຕີເນັດຜ່ານດາວທຽນ ຈໍານວນ 2 ຊຸດ.

ເຈົ້າໜ້າທີ່ ປກສ ເປີດເຜີຍວ່າ ເປົ້າໝາຍການຫຼອກລວງຂອງກຸ່ມແກ້ງນີ້ແມ່ນເນັ້ນໃສ່ພົນລະເມືອງຈີນດ້ວຍກັນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments