ສຳນັກຂ່າວສານຊິນຮວາລາຍງານໃນທ້າຍເດືອນກໍລະກົດ ຜ່ານມາວ່າ: ສະຖາບັນ Robert Koch (RKI) ອົງການສາທາລະນະສຸກຊັ້ນນໍາຂອງເຢຍລະມັນ ໄດ້ລາຍງານວ່າ, ຈໍານວນຜູ້ເສຍຊີວິດຈາກຄື້ນຄວາມຮ້ອນໃນປີ 2026 ຢູ່ທີ່ປະມານ 9,800 ຄົນ ເມື່ອນັບມາຮອດວັນທີ 19 ກໍລະກົດ ຜ່ານມາ ຊຶ່ງສູງກວ່າຈໍານວນຜູ້ເສຍຊີວິດປະຈໍາທັງໝົດນັບຕັ້ງແຕ່ປີ 2016. ໂດຍມີຜູ້ເສຍຊີວິດຫຼາຍກວ່າ 5,000 ຄົນໃນໄລຍະເຄິ່ງຫຼັງຂອງເດືອນມິຖຸນາ, ເມື່ອອຸນຫະພູມໃນຫຼາຍພື້ນທີ່ຂອງເຢຍລະມັນສູງເຖິງ 40 ອົງສາ.
ບົດລາຍງານຊີ້ໃຫ້ເຫັນວ່າ: ການເສຍຊີວິດຈາກຄື້ນຄວາມຮ້ອນໃນເຢຍລະມັນໃນປີ 2026 ໄດ້ແບ່ງອອກເປັນດັ່ງນີ້: 7,900 ຄົນໃນຕົ້ນເດືອນເມສາ ຫາ ວັນທີ 12 ກໍລະກົດ ແລະ 1,900 ຄົນໃນວັນທີ 13-19 ກໍລະກົດ. ໃນນັ້ນ, 7,880 ຄົນແມ່ນຢູ່ໃນບັນດາຜູ້ທີ່ມີອາຍຸ 75 ປີຂຶ້ນໄປ ຊຶ່ງເນັ້ນໃຫ້ເຫັນເຖິງຄື້ນຄວາມຮ້ອນມີຄວາມສ່ຽງຮ້າຍແຮງຕໍ່ຜູ້ອາຍຸສູງ ແລະ ມີແມ່ຍິງເສຍຊີວິດຈາກຄື້ນຄວາມຮ້ອນທີ່ຮຸນແຮງຫຼາຍກວ່າຜູ້ຊາຍ.
ນອກຈາກນັ້ນ, RKI ຍັງໄດ້ລະບຸຕື່ມວ່າ: ຄື້ນຄວາມຮ້ອນບໍ່ແມ່ນສາເຫດໂດຍກົງຂອງການເສຍຊີວິດ, ຍ້ອນວ່າການເສຍຊີວິດສ່ວນໃຫຍ່ແມ່ນເກີດຈາກອຸນຫະພູມສູງລວມກັບພະຍາດປະຈຳຕົວທີ່ມີຢູ່ກ່ອນແລ້ວເຊັ່ນ: ພະຍາດຫົວໃຈ, ເສັ້ນເລືອດ, ປອດ ແລະ ໝາກໄຂ່ຫຼັງ.

